ປະຊາຊົນລາວ ຍັງບໍ່ສາມາດເຂົ້າເຖິງ ບໍຣິການ ອິນເຕີຣ໌ເນັດ ໄດ້ທົ່ວເຖິງ

ທ່ານ ບໍ່ວຽງຄຳ ວົງດາລາ ຣັຖມົນຕຣີ ກະຊວງເທັກໂນໂລຢີ ແລະ ສື່ສານຂອງລາວ ກ່າວເມື່ອວັນທີ 13 ມີນາ 2023 ນີ້ວ່າ ມີປະຊາຊົນລາວ 63% ເຂົ້າເຖິງອິນເຕີຣ໌ເນັດ, ແຕ່ໃນສະພາບຄວາມເປັນຈິງ ໃນພື້ນທີ່ຫ່າງໄກສອກຫຼີກ ຫຼື ພື້ນທີ່ນອກເຂດເມືອງສັນຍານອິນເຕີຣ໌ເນັດ ຈາກມືຖືກໍຍັງບໍ່ຄອບຄຸມປານໃດເຮັດໃຫ້ສັນຍານຊ້າ ບໍ່ດີ ບາງບ່ອນບໍ່ມີເລີຍດັ່ງເຈົ້າຂອງຮ້ານ ສ້ອມແປງໂທຣະສັບ ຢູ່ເມືອງສອງຄອນ ແຂວງສວັນນະເຂດ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 28 ເມສາ ນີ້ວ່າ:

“ສັນຍານດີສະເພາະໃນເມືອງ ເຂດນອກໂຕເມືອງ ຖືວ່າບໍ່ດີແລ້ວນະ ຖືວ່າທັມມະດາ ເປັນບາງ ໝ້ອງແຕ່ສ່ວນຫຼາຍຖືວ່າ ບໍ່ດີເລີຍແຫຼະ ຈາກໂຕເມືອງຈັກ 20 ກິໂລ ສ່ວນໃຫຍ່ມັນຈະເປັນຈຸດໆ ໄປສ່ວນຫຼາຍກໍພໍໃຊ້ໃດ້, ແຕ່ວ່າຖ້າສະເລັ່ຍລວມແລ້ວ ນະ ເນັດຍັງບໍ່ສະຖຽນ ທີ່ເນັດດີແທ້ໆປະມານ 30%. ຖ້າທຽບລວມໝົດນະ ສ່ວນຫຼາຍເນັດ ຈະພໍຫຼິ້ນໄດ້ ແຕ່ຊ້າຫຼາຍກ່ວາ.”

ທ່ານກ່າວຕື່ມວ່າ ກຸ່ມທີ່ຈະເຂົ້າບໍ່ເຖິງ ອິນເຕີຣ໌ເນັດ ແມ່ນໜ້າຈະເປັນກຸ່ມ ທີ່ອາສັຍ ຢູ່ໃນເຂດຫ່າງໄກ ເຂດພູດອຍ ແລະ ຜູ້ເຖົ້າທີ່ອາຍຸຫຼາຍກ່ວາ 50 ປີ ທີ່ບໍ່ຫຼີ້ນອິນເຕີຣ໌ເນັດ. ສ່ວນຄ່າອິນເຕີຣ໌ເນັດ ສຳລັບມືຖືນັ້ນຕອນນີ້ ຍັງບໍ່ມີໂປຣໂມຊັນ ຫຼິ້ນເນັດ ແບບບໍ່ຈຳກັດ ມີສະເພາະໃຫ້ເລືອກເປັນບັດຕື່ມເງິນລາຄາ 10,000 ກີບ ວ່າຈະຫຼິ້ນອິນເຕີຣ໌ເນັດຈັກມື້ ແລະສຳລັບຊາວບ້ານ ບາງສ່ວນກໍຖືວ່າແພງ ເພາະເງິນກີບເຟີ້ຫຼາຍ.

ທ່ານກ່າວຕື່ມວ່າ:

“ຕອນນີ້ເງິນລາວມັນຕໍ່າເນາະ ຄ່າເງິນມັນປະມານ 20 ບາທ ຕໍ່ມື 10,000 ກີບ ຖ້າຢູ່ໃນເມືອງກໍແພງສຳລັບຂ້າພະເຈົ້າ ເພາະເງິນກີບມັນອ່ອນຄ່າ ມັນຈະມີໂປຣທີນຶ່ງ 3 ມື້ ໃຫ້ເນັດ 5 ກິກ, ຄວາມໄວບໍ່ຈຳກັດ ຖ້າຫຼິ້ນເບິດກ່ອນ ກໍເບິດແລ້ວ ກໍຈະມີໂຕ 2 ກິກໄດ້ 5 ມື້ ແລ້ວກໍໂຕ 1.5 ກິກໄດ້ໄດ້ 7 ມື້ໂປຣອັນລິມິດ (Unlimited) ບໍ່ມີ.”

ນອກຈາກສັນຍາອິນເຕີຣ໌ເນັດ ຈາກມືຖືແລ້ວ ສັນຍານໄວໄຟ (Wi-Fi) ສຳລັບອິນເຕີຣ໌ເນັດ ໃນບ້ານກໍບໍ່ແຮງ.

ດັ່ງຊາວບ້ານ ຢູ່ເມືອງແປກ ແຂວງຊຽງຂວາງ ທ່ານນຶ່ງ ກ່າວໃນມື້ດຽວກັນວ່າ:

“ເນັດມືຖືກໍບໍ່ແຮງ ເນັດບ້ານກໍບໍ່ແຮງ ຢູ່ລາວຍາມນີ້ຫັ້ນນ່າ ທຸກຢ່າງຊ້າໝົດ ຖ້າວ່າຢູ່ໃນເມືອງແປກນີ້ ດີຢູ່.
IMG_4316.JPG
ກະຊວງເຕັກໂນໂລຊີ ແລະ ການສື່ສານ, ນະຄອນຫຼວງວຽງຈັນ ເດືອນມີນາ 2023.

ສ່ວນຫຼາຍເຂດນອກ ໃຊ້ແຕ່ 3 ຈີ ມັນຫຼິ້ນຊ້າ. 2 ຈີ ຍັງຫຼິ້ນບໍ່ໄດ້ເລີຍ ແຕ່ວ່າສະເພາະຖ້າໃຊ້ແຕ່ ແຕ່ໂທຣະສັບເນາະ ກໍບໍ່ມີປັນຫາປານໃດ ເຂົາກໍເຂົ້າໃຈຢູ່ບ່ອນໃດ ມີບ່ອນໃດບໍ່ມີເຂົາກໍບໍ່ຮູ້ກັນໝົດເນາະ ແຕ່ລະບ້ານນ່າ.”

ດ້ານຊາວບ້ານ ຢູ່ໃນບ້ານພັ້ນ ເມືອງແປກ ແຂວງຊຽງຂວາງ ທ່ານນຶ່ງກ່າວວ່າ ປັດຈຸບັນໃຊ້ອິນເຕີຣ໌ເນັດ 3 ຈີ ມາດົນແລ້ວ ຖ້າຢູ່ໃນເຂດບ້ານຍັງພໍຫຼິ້ນໄດ້ ແຕ່ຖ້າອອກໄປພື້ນທີ່ເຮັດໄຮ່ ເຮັດສວນ ຊຶ່ງຫ່າງອອກໄປ 1-2 ກິໂລ ກໍຈະຫຼິ້ນບໍ່ໄດ້ແລ້ວ.

ດັ່ງທ່ານກ່າວວ່າ:

“ຢູ່ເຮືອນຫັ້ນມີໃນເຂດເຮົານີ້ ຍັງໃຊ້ຍັງພໍໃຊ້ຢູ່ ແລ້ວບາງບ່ອນເຮົາບໍ່ເຫັນ ມີບາງບ່ອນກໍເຫັນ ມີອອກເຮືອນໄປໄຮ່ໄປສວນ ນັ່ງໃນນາມ່ອງ 1 ກິໂລແມັດ 2 ກິໂລແມັດ ນີ້ສັນຍານບໍ່ຢາກດີ.”

ສ່ວນຊາວບ້ານຢູ່ ເມືອງດາກຈຶງ ແຂວງເຊກອງ ຊຶ່ງຢູ່ໃນເຂດບ້ານອ້ອມຂ້າງ ບໍ່ໄດ້ຢູ່ໃນໂຕເມືອງກ່າວວ່າສັນຍາອິນເຕີຣ໌ເນັດ ໃນເຂດບ້ານບໍ່ແຮງປານໃດ ແລະເຄີຍຄິດຢາກຫຼິ້ນອິນເຕີຣ໌ເນັດ ບ້ານແຕ່ກໍຍັງບໍ່ໄດ້ຕິດຕັ້ງ ຍ້ອນຍັງມີລາຄາແພງຢູ່.

ຍານາງກ່າວວ່າ:

“ຢູ່ເຂດນອກອິນເຕີຣ໌ເນັດ ບຶດແຮງ ບຶດຄ່ອຍ ບໍ່ແຮງປານໃດ ກໍແບບຂາດໆຫາຍໆ ຫັ້ນແຫຼະ ແບບວ່າມັນຫຼິ້ນໄດ້ບາງຈຸດ ຖ້າເປັນພູສູງຫັ້ນນ່າ ກໍຫຼິ້ນໄດ້ຢູ່ ເບິ່ງຮູບເພິ່ນກໍບໍ່ໄດ້ເນັດ ມືຖື ບໍ່ມີເນັດບ້ານ ກໍຄິດຢູ່ແຕ່ວ່າບໍ່ມີເງິນ. ເດືອນລະ 150,000.”

ອ້າງອີງການສຳຣວດ ຂອງທະນາຄານໂລກ ໃນປີ 2018 ພົບວ່າ ຊາວລາວສ່ວນຫຼາຍ ມີປະສົບການໃຊ້ອິນເຕີຣ໌ເນັດ ທີ່ບໍ່ດີຍ້ອນສັນຍານຊ້າ ແລະບໍ່ສະຖຽນ ໂດຍສະເພາະ ນອກນະຄອນຫຼວງວຽງຈັນ ແລະຄ່າໃຊ້ຈ່າຍທີ່ຊາວລາວຈ່າຍ ໃຫ້ກັບຄ່າອິນເຕີຣ໌ເນັດ ຕໍ່ເດືອນຢູ່ທີ 50,000 ກີບຕໍ່ເດືອນ. ກ່ວາ 61.1% ຂອງຜູ້ທີ່ຖືກສຳຣວດ ເວົ້າວ່າຢາກໃຫ້ອິນເຕີຣ໌ເນັດ ໄວຂຶ້ນ ແລະມີໂປຣໂມຊັນ ອັນລີມິດ (Unlimited) ໃຫ້ເລືອກ.

https://www.rfa.org/lao/daily/economy/internet-in-laos-is-not-standard-some-rural-villagers-unable-to-use-it-05032023215731.html