ປິດເມືອງ ຜັກກະລໍ່າປີ ຄ້າງສວນ 853 ຕັນ

ຊາວກະສິກອນ ທີ່ປູກຜັກກະລໍ່າປີ ຈໍານວນ 35 ຄອບຄົວ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຂາຍຜັກຈໍານວນ 853 ຕັນບໍ່ໄດ້, ຕ້ອງເອົາ ໄປໃຫ້ງົວຄວາຍກິນ ແລະເຮັດຝຸ່ນຊີວະພາບ. ໃນນັ້ນສ່ວນນຶ່ງກໍປ່ອຍ ໃຫ້ເໜົ່າຖິ້ມ. ມູນຄ່າຄວາມເສັຽຫາຍ ທັງໝົດ 460 ລ້ານປາຍກີບ. ຊາວກະສິກອນ ບໍ່ສາມາດຂົນຜັກໃສ່ຣົດໄປ ຂາຍຕາມເມືອງ ແລະແຂວງຕ່າງໆໄດ້ຄືເກົ່າ ເນື່ອງຈາກທາງການແຂວງ ໄດ້ອອກແຈ້ງການໃຫ້ ຊາວບ້ານແຕ່ລະບ້ານກັກໂຕຢູ່ເຮືອນ ເພື່ອປ້ອງກັນການແພ່ຣະບາດຂອງໂຄວິດ-19, ປິດບ້ານຕໍ່ບ້ານ ປິດເມືອງຕໍ່ເມືອງ ປິດແຂວງຕໍ່ແຂວງ, ອີງຕາມຄໍາເວົ້າຂອງຊາວກະສີກອນ ຢູ່ບ້ານໜອງສູງ ເມືອງປາກຊ່ອງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ເມສານີ້:

“ຜັກມັນຂາຍອອກບໍ່ໄດ້ ມັນບໍ່ມີແມ່ຄ້າ ເຂົາຢຸດເຂົາບໍ່ລົງຕລາດ ແຕ່ວ່າຜັກເຮົາກໍຖືກຜົລກະທົບຖືວ່າບໍ່ໄດ້ຂາຍ ບາດນີ້ເຄື່ອນທີ່ບໍ່ໄດ້ເຮົາເອງ ມີຣົດສິໄປຫາຣົດຂາຍກະບໍ່ໄດ້ໄປ ຊາວສວນແມ່ນໜັກໃຈທີ່ສຸດ ປີນີ້ ບໍ່ຮູ້ສິແກ້ເລີຍ ມີແຕ່ຢູ່ແບບງົງໆຢູ່ນີ້.”

ທ່ານກ່າວຕື່ມວ່າ ຢູ່ບ້ານໜອງສູງ ຍັງເຫລືອຜັກກະລໍ່າປີອີກ 230 ປາຍຕັນ ຢູ່ສວນ, ລໍຖ້າພໍ່ຄ້າຄົນກາງ ມາເກັບຊື້ ຂນະທີ່ປັດຈຸບັນ ຊາວ ກະສິກອນຢູ່ບ້ານນີ້ ຕ້ອງໄດ້ແບກຮັບພາຣະໜີ້ສິນ ທີ່ຢືມມາຈາກ ທະນາຄານສົ່ງເສີມກະສິກັມ, ສເລັ່ຽຄອບຄົວນຶ່ງ 10 ລ້ານກີບ, ແຕ່ບາງ ຄອບຄົວກໍເຖິງ 100 ລ້ານກີບ ແລະຕ້ອງໄດ້ເສັຽດອກເບັ້ຽ ໃນອັດຕຣາ 12 ເປີເຊັນ.

ຊາວກະສິກອນປູກຜັກກະລໍ່າປີ ຢູ່ບ້ານທົ່ງເສັດຈໍານວນ 10 ປາຍຄອບຄົວກໍຂາຍຜັກຜັກກະລໍ່າປີບໍ່ໄດ້ 225 ຕັນ, ຕ້ອງໄດ້ເອົາໄປລ້ຽງງົວ ລ້ຽງຄວາຍ ແລະເຮັດຝຸ່ນຊີວະພາບ, ມູລຄ່າຄວາມເສັຽຫາຍ 120 ລ້ານປາຍກີບ ຍ້ອນບໍ່ສາມາດຂົນຜັກໄປຂາຍຕ່າງເມືອງ ຕ່າງແຂວງໄດ້ ຍ້ອນມາຕການຂອງຣັຖບານ ໃນການສະກັດກັ້ນເຊື້ອພຍາດ ໂຄວິດ-19:

“ທົ່ງສັດນີ໋ເສັຽຫາຍແລ້ວ 225 ໂຕນ ຍັງເຫຼືອອີກ 300 ຢູ່ສວນຂາຍບໍ່ໄດ້ ຂາຍຢູ່ສວນນີ໋ໂລລະ 5-600 ກີບ ໂຕນນຶ່ງ 5 ແສນ 6 ແສນ ກໍຫລາຍຮ້ອຍລ້ານຢູ່ ເສັຽຫາຍນະ.”

ທ່ານກ່າວຕື່ມວ່າ ຢູ່ບ້ານທົ່ງເສັດ ຍັງເຫລືອຜັກກະລໍ່າປີອີກ 300 ຕັນ ທີ່ຢູ່ສວນ ລໍຖ້າພໍ່ຄ້າຄົນກາງມາເກັບຊື້ ແລະຢາກໃຫ້ພາກສ່ວນທີ່ ກ່ຽວຂ້ອງຊອກຫາບໍຣິສັດມາຮັບຊື້ ໃນຣາຄາຖືກ ຫຼືທໍ່ທຶນກໍໄດ້ເນື່ອງຈາກ ວ່າຂນະນີ້ ຊາວກະສິກອນບໍ່ສາມາດເອົາຜັກ ໄປແລກເຂົ້າໄດ້ຄື ເກົ່າຍ້ອນຈໍາເປັນຕ້ອງໄດ້ກັກໂຕເອງ ຢູ່ເຮືອນໃຜລາວ ແລະ ຖ້າບັນຫານີ້ ຍັງສືບຕໍ່ໄປ ກໍຈະເຮັດໃຫ້ຊາວກະສິກອນ ບໍ່ມີເງິນໄປໃຊ້ໜີ້ ທະນາຄານ ທີ່ກູ້ຢືມານັ້ນໄດ້ ແລະໜີ້ນັ້ນ ກໍຈະເພີ່ມຫລາຍຂຶ້ນ.

ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ແຂວງຈໍາປາສັກເວົ້າວ່າ ຍັງບໍ່ຮູ້ຣາຍລະອຽດກ່ຽວກັບບັນຫານີ້ເທື່ອ ແລະຍັງບໍ່ທັນໄດ້ລົງໄປເບິ່ງສະພາບຕົວ ຈິງຍ້ອນຍັງຕ້ອງກັກໂຕ ຢູ່ເຮືອນຕາມຄໍາສັ່ງຂອງນາຍົກຣັຖມົນຕຣີ, ຈະລົງໄປຕິດຕາມໄດ້ ພາຍຫລັງສະພາບການທຸກຢ່າງ ອໍານວຍໃຫ້:

“ແຕ່ວ່າເຮົາຍັງ ຂໍ້ມູນຍັງບໍ່ທັນໄດ້ລົງໂຕຈິງ ເຮົາກໍຄືວ່າສິລົງໄປ ມັນກໍຍາກ ຍັງໂຕໂຄວິດນີ້.”

ຄະນະກໍາມະການເຄືອຂ່າຍ ກະເສຕກອນນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ໃນໄລຍະການແພ່ຣະບາດຂອງເຊື້ອພຍາດໂຄວິດ-19 ບໍ່ພຽງແຕ່ຊາວສວນ ຢູ່ແຂວງຈໍາປາສັກເທົ່ານັ້ນ ຊາວກະເສຕກອນ ໃນເຂດແຂວງ ຕ່າງໆທົ່ວປະເທດ ໄດ້ຮັບຜົລກະທົບ ຂາຍຜົລຜລິດ ການກະເສດບໍ່ໄດ້ ແຕ່ຄວາມເສັຽຫາຍ ມີໜັກ-ເບົາ ແຕກຕ່າງກັນ ຍ້ອນບໍ່ມີຜູ້ມາຊື້ ແລະຕ່າງຄົນຕ່າງ ກໍຣະມັດຣະວັງ ໃນການໃຊ້ຈ່າຍ ຫຼາຍຂຶ້ນ:

“ບໍ່ເທົ່າກັນແຫຼະ ແຕ່ລະບ່ອນກະບໍ່ຄືກັນ ມັນເວົ້າບໍ່ໄດ້ດອກມັນໜ້ອຍມັນຫຼາຍທໍ່ກັນບໍ່ ມັນບໍ່ມີຄົນຊື້ເດ໋ ເພາະວ່າໂຮງແຮມໂຮງຫຍັງມັນ ກະປິດໝົດ ຮ້ານອາຫານກະປິດ. ການກິນການຢູ່ ເພິ່ນກະໜ້ອຍ ບໍ່ມີເງິນຊື້ແດ່ ຣະມັດຣະວັງ ເຣື່ອງການໃຊ້ຈ່າຍເນາະ ເຂົາປູກມາ ຮອດຍາມຂາຍ ມັນກະບໍ່ໄດ້ຂາຍ ເພາະຄົນຊື້ໜ້ອຍ.”

ປະຊາຊົນ ເມືອງປາກຊ່ອງ ແຂວງຈໍາປາສັກ ສ່ວນໃຫຍ່ມີອາຊີບ ປູກຜັກຂາຍສົ່ງອອກໄປປະເທດໄທ ໂດຍສະເພາະແຂວງອຸບົນ ແລະ ຕາມແຂວງຕ່າງໆ ຂອງລາວ ເປັນຕົ້ນ ສວັນນະເຂດ ນະຄອນຫລວງ ວຽງຈັນ ອັດຕະປື ສາຣະວັນ ມື້ລະ 50 ຫາ 100 ຕັນຕໍ່ແຂວງ ເປັນຢ່າງໜ້ອຍ. ແຕ່ມາໃນປັດຈຸບັນນີ້ ຜັກກະຫລໍ່າປີ ຢູ່ເມືອງປາກຊ່ອງ ຂາຍບໍ່ໄດ້ຍ້ອນມາຕການກັກໂຕຢູ່ບ້ານຢູ່ເຮືອນເພື່ອສະກັດກັ້ນ ການແຜ່ ຣະບາດ ຂອງໂຄວິດ-19.

https://www.rfa.org/lao/daily/economy/Laos-Paksong-lockdown-farmers-stuck-with-tons-of-cabbages-04242020234758.html