ສາກົລ ຮຽກຮ້ອງ ໃຫ້ຫາຄວາມຈິງ ການຍິງ ອານຸຊາ ຫຼວງສຸພົມ
ທ້າວ ອານຸຊາ ຫຼວງສຸພົມ ຫລື ແຈັກ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວ ທີ່ຖືກຍິງ 2 ນັດຢູ່ນະຄອນຫຼວງວຽງຈັນ ໃນມື້ວັນທີ 29 ເມສາທີ່ຜ່ານມາ, ນັດນຶ່ງຍິງເຂົ້າບໍຣິເວນແກ້ມຂວາ ທະລຸຊ້າຍ ແລະອີກນັດນຶ່ງ ຍິງເຂົ້າຂ້າງເບື້ອງຂວາ ທະລຸໜ້າເອິກ ເຮັດໃຫ້ເສັຍເລືອດຫລາຍ ນັ້ນ, ຕອນນີ້ຟື້ນໂຕແລ້ວ, ແຕ່ລູກປືນຍັງຄາຢູ່ປອດ, ສ່ວນລີ້ນຂາດ ເຮັດໃຫ້ເວົ້າບໍ່ໄດ້ ແຕ່ສາມາດຂຽນຂໍ້ຄວາມ ໃນໂທຣະສັບມື້ຖື ໄດ້, ອີງຕາມຂໍ້ຄວາມ ໃນເຟສບຸກ ສ່ວນຕົວ ຂອງ ທ່ານ ໂຈເຊບ ອັກຄະຣະວົງ ນັກເຂື່ອນໄຫວ ທາງສັງຄົມລາວ ໃນມື້ວັນທີ 6 ພຶສພາ 2023 ຊຶ່ງຂະນະນີ້ ລີ້ພັຍ ຢູ່ປະເທດຝຣັ່ງເສດ.
ທ່ານກ່າວຕື່ມວ່າ ທ້າວ ແຈັກ ປະກອບອາຊີບ ຂາຍແຊນວິຊ ຢູ່ໃນເຂດໂຕເມືອງ ນະຄອນຫຼວງວຽງຈັນ, ບໍ່ເຄີຍມີບັນຫາ ເຣື່ອງທຸຣະກິຈ ກັບໃຜ ແລະບໍ່ເຄີຍມີບັນຫາເຣື່ອງຊູ້ສາວ ກັບຜູ້ໃດ, ບໍ່ເປັນຄືກັນກັບທີ່ທາງການລາວ ໄດ້ຖແລງຂ່າວຜົລການສືບສວນ-ສອບສວນ ຄະດີດັ່ງກ່າວ ໃນເບື້ອງຕົ້ນນັ້ນ ແຕ່ຢ່າງໃດ.
ຜົລການສືບສວນ-ສອບສວນ ຂອງທາງການລາວນັ້ນ ສະແດງໃຫ້ເຫັນວ່າ ທາງການລາວບໍ່ໄດ້ເອົາໃຈໃສ່ໃນການສືບສວນ-ສອບສວນ ກໍຣະນີຂອງ ທ້າວ ແຈັກ ຢ່າງລະອຽດເທື່ອ ດັ່ງທີ່ທ່ານ ຟີລ ໂຣເບິດຊັນ (Phil Robertson) ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິດທິມະນຸດ (Human Rights Watch) ປະຈໍາພາກພື້ນ ເອເຊັຽ-ປາຊີຟິກ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 8 ພຶສພານີ້ວ່າ:
(English) “ມັນບໍ່ແມ່ນເຣື່ອງບັງເອິນ ທ້າວແຈັກ ເປັນຜູ້ດູແລເພຈ ເຟສບຸກ ທີ່ວິຈານການທໍາງານ ຂອງຣັຖບານລາວ ຢ່າງຮຸນແຮງ ທັງໃນເຣື່ອງບັນຫາທາງເສຖກິຈ, ການສໍ້ຣາສບັງຫຼວງ ແລະການລະເມີດສິດທິ. ທ້າວ ແຈັກ ເປັນນຶ່ງໃນບຸກຄົນ ທີ່ຣັຖບານລາວ ບໍ່ຕ້ອງການໃຫ້ອອກຄໍາເຫັນ, ບໍ່ມີໃຜເຊື່ອວ່າ ເຫດການທີ່ເກີດຂຶ້ນ ກັບ ທ້າວ ແຈັກ ແມ່ນກ່ຽວກັບຄວາມສໍາພັນ ທາງທຸຣະກິຈ ຫລືບັນຫາຊູ້ສາວ. ສິ່ງທີ່ພັນເອກ ອຸບົນ ຖແລງຂ່າວ ອອກມານັ້ນ ເບິ່ງຄືວ່າ ເປັນຄວາມພະຍາຍາມ ທີ່ຈະບິດເບືອນ ແລະໃສ່ຮ້າຍປ້າຍສີ ທ້າວ ແຈັກ ໃຫ້ປະຊາຊົນລາວ ສົນໃຈປະເດັນທີ່ວ່ານີ້ ໜ້ອຍລົງ.”
ທ່ານກ່າວຕື່ມວ່າ ນັບແຕ່ມື້ເກີດເຫດມາຮອດປັດຈຸບັນ ອົງການຈັດຕັ້ງສາກົລ ທີ່ເຮັດວຽກກ່ຽວກັບສິດທິມະນຸດ ຫລາຍອົງການ ຢູ່ໃນລະຫວ່າງການຕິດຕາມ ຄວາມຄືບໜ້າ ຂອງຄະດີດັ່ງກ່າວ, ແຕ່ການດໍາເນີນການ ພັດເຕັມໄປດ້ວຍອຸປະສັກ ຍ້ອນການເຮັດວຽກ ທີ່ບໍ່ໂປ່ງໃສ ຂອງຕໍາຣວດ.
(English) “ຂ້າພະເຈົ້າຄິດວ່າ ຫລາຍໜ່ວຍງານພະຍາຍາມ ທີ່ຈະຕິດຕາມເຣື່ອງນີ້ ວ່າເກີດອິຫຍັງຂຶ້ນ ບັນຫາກໍຄືວ່າ ຕໍາຣວດລາວ ພະຍາຍາມທີ່ຈະປົກປິດ ຊຶ່ງມັນກໍເປັນເຣື່ອງຍາກ ທີ່ຈະເຮັດໃຫ້ມີຄວາມຄືບໜ້າໄດ້. ຂ້າພະເຈົ້າຄິດວ່າ ສິ່ງທີ່ສໍາຄັນຄື ອົງການສະຫະປະຊາຊາຕ, ນັກການທູດ ທີ່ມີສໍານັກງານຕັ້ງຢູ່ນະຄອນຫຼວງວຽງຈັນ ຈໍາເປັນທີ່ຈະຕ້ອງຕິດຕາມ ກໍຣະນີນີ້ຢ່າງໃກ້ຊິດ ແລະເປີດເຜີຍສິ່ງທີ່ພວກເຂົາເຈົ້າ ຮູ້ ແລະເຫັນ ແລະຮຽກຮ້ອງໃຫ້ຣັຖບານລາວ ສືບສວນໃຫ້ຮູ້ຕົ້ນປາຍສາເຫດ ຂອງເຫດການນັ້ນ.”
ກ່ຽວກັບເຣື່ອງທີ່ວ່ານີ້ ອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຍຣະມັນ ກໍໄດ້ອອກຖແລງການ ໃນມື້ວັນທີ 5 ພຶສພາ ນີ້ວ່າ ການສືບ ສວນ-ສອບສວນ ກໍຣະນີ ທ້າວ ແຈັກ ຂອງຣັຖບານລາວ ແມ່ນພິກປີ້ນຄວາມຈິງ. ພ້ອມກັນນັ້ນ ອົງການ ພັນທະມິຕ ກໍໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ ສາກົລ ຊ່ອຍກວດສອບກໍຣະນີ ດັ່ງກ່າວນີ້ ຢ່າງໃກ້ຊິດ.
ດັ່ງ ດຣ. ບຸນທອນ ຈັນທະວົງ-ວີເຊີ, ປະທານອົງການ ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ຜູ້ໄດ້ຮັບຣາງວັນ ຢູໂຣບ ສໍາລັບຜູ້ນໍາສະຕຣີ ສາກົລ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 8 ພຶສພາ ນີ້ວ່າ:
“ຫລາຍຄົນທີ່ຂະເຈົ້າຕິດຕາມເບິ່ງ ທ້າວ ແຈັກ ຫັ້ນ ລາວບໍ່ໄດ້ມີບັນຫາຫຍັງເບິດ ເຣື່ອງທຸຣະກິຈ ລາວກໍເປັນຄົນງານທັມມະດາເນາະ ຂາຍເຄື່ອງຢູ່ໃນຮ້ານນ້ອຍໆ ທັມມະດາ ລາວກໍບໍ່ໄດ້ມີບັນຫາເຣື່ອງຊູ້ສາວຫຍັງ. ທັມມະດາ ສະແດງວ່າ ມັນກ່ຽວຂ້ອງກັບບັນຫາການເມືອງ ທີ່ ທ້າວແຈັກ ລາວເປີດເປັນແອັດມິນເຟສບຸກ ຂັບເຄື່ອນດ້ວຍຄືບອດ ຫັ້ນ ກໍຈະເປັນບັນຫາຕົ້ນຕໍ ທີ່ທາງການ ສປປ ລາວ ນີ້ ອາດມີການຈັດຕັ້ງ ເພື່ອປາບປາມ ຜູ້ທີ່ເຄື່ອນໄຫວ ແບບນີ້ເນາະ.”
2.jpg
ທ້າວ ອານຸຊາ “ແຈັກ” ຫຼວງສຸພົມ ແອັດມິນດ໌ (ຜູ້ຈັດການ) ເຟສບຸກເພຈ ທີ່ວິພາກວິຈານ ການປົກຄອງ ດ້ວຍພັກດວຽວ ຂອງຣັຖບານລາວ ກຳນອນປິ່ນປົວ ຢູ່ໂຮງໝໍ ຫຼັງຈາກຖືກຍິງ. Credit: Joseph Akaravong/ເພຈ ຂັບເຂື່ອນດ້ວຍຄີບອດ
ກ່ອນໜ້ານີ້ ໃນມື້ວັນທີ 5 ພຶສພາ ພັນເອກ ອຸບົນ ຈຸນລະມະນີ ຮອງຫົວໜ້າ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຖແລງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບເຫດການ ທີ່ທ້າວ ອານຸຊາ ຫຼວງສຸພົມ ຫລື ແຈັກ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວ ຖືກຍິງ ໄດ້ຮັບບາດເຈັບສາຫັດນັ້ນວ່າ ເຈົ້າໜ້າທີ່ວິຊາສະເພາະ ສືບສວນ-ສອບສວນ ປ້ອງກັນຄວາມສງົບ ນະຄອນຫຼວງວຽງຈັນ ໄດ້ລົງກວດກາ ສະຖານທີ່ເກີດເຫດ ພ້ອມສັນນິຖານເບື້ອງຕົ້ນວ່າ ກໍຣະນີຂອງທ້າວ ແຈັກ ແມ່ນອາດເປັນຂໍ້ຂັດແຍ່ງ ທາງທຸຣະກິຈ ຫລື ບັນຫາຊູ້ສາວ.
ອີງຕາມການຣາຍງານ ຂອງ ດຣ. ບຸນທອນ ຈັນທະວົງ-ວີເຊີ, ປະທານອົງການ ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງຢູ່ປະເທດເຢັຍຣະມັນ, ໃນປີ 2020 ມີນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ແລະສິດທິມະນຸດ ໃນລາວ ຢ່າງໜ້ອຍ 2 ຄົນຖືກຄາຕກັມ ໂດຍບຸກຄົນທີ່ຄາດວ່າກ່ຽວຂ້ອງ ກັບເຈົ້າໜ້າທີ່ຣັຖ ຍ້ອນມີການເຄື່ອນໄຫວ ຜ່ານທາງສື່ສັງຄົມອອນລາຍນ໌ ແລະປະສານງານກັບກຸ່ມຄົນຕ່າງໆ ຢູ່ພາຍໃນປະເທດຢ່າງຕໍ່ເນື່ອງ. ຜູ້ທໍາອິດແມ່ນທ້າວ ພູວົງ ໄຊຍະແສງ ນັກເຄື່ອນໄຫວເພື່ອປະຊາທິປະໄຕ ແລະສິດທິມະນຸດ ໃນລາວ ຢູ່ແຂວງບໍຣິຄໍາໄຊ ຖືກລອບຍິງ ຢູ່ຮ້ານແປງຣົຖ ຂອງເຂົາເຈົ້າ ແລະໄດ້ເສັຍຊີວິດ ຢູ່ໂຮງໝໍ, ມາເຖິງປັດຈຸບັນ ທາງການລາວ ກໍຍັງບໍ່ມີການສືບສວນ-ສອບສວນ ຄະດີດັ່ງກ່າວນີ້ເທື່ອ ແລະອີກຜູ້ນຶ່ງ ແມ່ນທ້າວ ລາວຄໍາ ລໍສະຫວັດ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ແລະສິດທິມະນຸດ ໃນລາວ ຢູ່ແຂວງອຸດົມໄຊ ກໍຖືກເຈົ້າໜ້າທີ່ຣັຖ ຊັກຊວນໄປຫລິ້ນ ຕອນແລງ ແລະຈາກນັ້ນປະມານ 5 ມື້ ກໍພົບວ່າ ລາວກາຍເປັນສົບ ຈາກການຖືກຍິງຫລາຍນັດ ແລະເຈົ້າໜ້າທີ່ຕໍາຣວດ ບໍ່ໄດ້ກວດສອບ ແລະສັ່ງຫ້າມ ບໍ່ໃຫ້ຄອບຄົວ ຂອງລາວ ເວົ້າໄປທາງໃດ.