ສິດທິເສຣີພາບ

ສິດທິເສຣີພາບຄວາມເປັນມະນຸສຂອງຄົນລາວ
(ປະຕິນຍາສາກົນ)

ອາຣັມພະບົທ

ດວ້ຍການຍອມຮັບສັກສີແລະສິດທິເສຣີພາບ ຊຶ່ງບໍ່ສາມາດປ່ຽນຖ່າຍໃຫ້ກັນແລະກັນໄດ້, ມວນມະນຸສທັງປວງຕ້ອງການສິດທິເສຣີພາບ, ຄວາມເປັນປະຊາທິປະໄຕແລະຄວາມຍຸຕິທັມຂັ້ນ ພື້ນຖານໃນຜຶນແຜ່ນດິນຂອງຕົນ ແລະຄວາມມີສັນຕິພາບໃນໂລກພິພົບ.

ດວ້ຍການເມີນເສີຍຕໍ່ການດູໝິ່ນຢຽບຫຽາມ ສິດທິມະນຸສຊົນເຫລົ່ານັ້ນ, ຈຶ່ງກໍ່ໃຫ້ເກີດເຫດການປ່າເຖື່ອນ ໂຫດຮ້າຍ ແລະທາຣຸນ ຊຶ່ງໄດ້ກະທົບກະເທືອນຕໍ່ມະໂນທັມຂອງມະນຸສຊາຕຢ່າງຮຸນແຮງໂດຍອີງໃສ່ການປະກາສ ປະຕິນຍາທານອັນສູງສຸດຂອງສາມັນຊົນ ໃນວາຣະແຫ່ງໂລກ ວ່າມະນຸສທຸກຄົນ ສົມຄວນມີສິດທິເສຣີພາບ ໃນການປາກເວົ້າ ແລະຄວາມເຊື່ອຖື.

ໂດຍທັມຊາຕຂອງມະນຸສຊົນ ຄວນໄດ້ຮັບການຄຸ້ມຄອງໂດຍຫລັກນິຕິທັມ. ມະນຸສເຮົາບໍ່ປາຖນາ ໃຫ້ມີການບີບບັງຄັບ, ກົດຂີ່ຂົ່ມເຫັ່ງ. ມະນຸສຕອ້ງຊອກຫາທາງອອກ ຊື່ງເປັນຫົນທາງອັນສຸດທ້າຍ.

ໂດຍເຫດທີ່ ປະຊາຄົມໂລກ ໄດ້ຢືນຍັຕໄວ້ໃນກົດບັຕ ເຖິງຄວາມເຊື່ອໝັ້ນໃນສິດທິມະນຸສຊົນຂັ້ນ ພື້ນຖານແຫ່ງຄວາມມີສັກສີແລະຄຸນຄ່າ ສ່ວນບຸກຄົລແລະຄວາມສເມີພາບທັງຍິງແລະຊາຍ. ສົ່ງເສີມ ຄວາມກ້າວໜ້າທາງດ້ານສັງຄົມ ໃຫ້ໄດ້ມາຕຖານສາກົລ ແລະໃຫ້ມີສິດທິເສຣີພາບຫລາຍຂຶ້ນ.

ເພື່ອໃຫ້ ປະຕິນຍາ ກ່ຽວກັບສິດທິເສຣີພາບ ແລະມະນຸສທັມ ຂອງ ອົງການສະຫະປະຊາຊາຕ ໄດ້ຮັບຜົນ ປະເທສຂອງເຮົາໃນຖານະ ເປັນສະມາຊິກ ຕ້ອງໃຫ້ການຮ່ວມມືເພື່ອສົ່ງເສີມໃຫ້ສິດທິ ຂັ້ນພື້ນຖານເຫລົ່ານັ້ນປາກົດຜົລເປັນຮູປທັມ.

ດ້ວຍມາຕຖານຄວາມຈະເລີນກ້າວໜ້າ ທັງໃນແລະຕ່າງປະເທສ, ເພື່ອໃຫ້ໄດ້ການຍອມຮັບແລະ ການປະຕິບັດຕໍ່ສິດທິເສຣີພາບແບບສາກົລ ໃຫ້ໄດ້ຜົລ ໃນໝູ່ປະຊາຊົນລາວ ທຸກຊົນຊາຕ ຊົນເຜົ່າຄວາມມີສີລທັມ ມະນຸສທັມ ທີ່ໄດ້ປະກາສຂໍ້ກຳນົດໄວ້ ຢ່າງຈະແຈ້ງຊັດເຈນ ເປັນມາຕຖານແບບສາກົລ ສຳລັບທຸກໆຄົນ ໂດຍບໍ່ໄດ້ແບ່ງ ຊັ້ນ, ວັນນະ, ເພສ ແລະໄວ. ເພາະສະນັ້ນ, ປະຊາຊົນ
ລາວ ທຸກຊົນຊາຕ ຊົນເຜົ່າ ສົມຄວນມີສິດທິເສຣີພາບ ດັ່ງນີ້:

ມາດຕາ 1 ມະນຸສທຸກຄົນ ມີອິສຣະພາບແລະສເມີພາບ ໃນດ້ານສິດທິ ສັກສີ ແລະມະໂນທັມ ພ້ອມທັງນັບຖືກັນ ຖານເປັນອ້າຍເປັນນ້ອງ,

ມາດຕາ 2 ທຸກຄົນມີສິດທິເສຣີພາບ ສະແດງຄວາມຄິດເຫັນທາງດ້ານການເມືອງ ໂດຍບໍ່ຈຳແນກຄວາມແຕກຕ່າງ ເຊື້ອຊາຕ, ຜິວພັນ, ເພສ, ພາສາ ແລະສາສນາ,

ມາດຕາ 3 ທຸກຄົນມີສິດທິ ດຳຣົງຊີວິດ ຢ່າງເປັນອິສຣະ ໂດຍບໍ່ມີໃຜບັງຄັບ,

ມາດຕາ 4 ທຸກຄົນມີອິສຣະພາບແລະບໍ່ເປັນຂ້າທາສຮັບໃຊ້ຜູ້ໃດໃນທຸກຮູບແບບ,

ມາດຕາ 5 ບໍ່ມີບຸກຄົນໃດມີສິດທິ ລົງໂທສ ທຳຮ້າຍແລະທໍລະມານຄົນອື່ນທາງດ້ານຮ່າງກາຍ ແລະຈິດໃຈ ໂດຍທີ່ຜູ້ກ່ຽວຍັງບໍ່ໄດ້ຖືກພິສູຕວ່າມີຄວາມຜິດ,

ມາດຕາ 6 ທຸກຄົນມີສິດທິເສຣີພາບ ທີ່ຢູ່ພາຍໃຕ້ຣັຖທັມະນູນຂອງຊາຕແລະກົດໝາຍທ້ອງຖິ່ນ,

ມາດຕາ 7 ທຸກຄົນມີສິດທິແລະສເມີພາບພາຍໃຕ້ກົດຫມາຍອັນດຽວກັນ ໂດຍບໍ່ໃຫ້ມີ ການເລືອກປະຕິບັດ ຫລືຫັກຫລັງຊັງບ່ຽງ,

ມາດຕາ 8 ທຸກຄົນມີສິດທິ ໄດ້ຮັບການຊວ່ຍເຫລືອ, ເບິ່ງແຍງ ແລະຄວາມເປັນທັມ,

ມາດຕາ 9 ທຸກຄົນມີສິດທິ ໄດ້ຮັບຄວາມເປັນທັມ ໃນກໍຣະນີຖືກຈັບກຸມຄຸມຂັງ ເພື່ອປາສຈາກ ການໃສ່ຮ້າຍ ປ້າຍສີ ຫລື ຖືກເນລະເທດໂດຍພະລາການ,

ມາດຕາ 10 ທຸກຄົນມີສິດທິສເມີພາບ ໄດ້ຮັບຄວາມເປັນທັມ ໃນການພິຈາຣະນາຄະດີ ຂອງສາລຍຸຕິທັມ ທີ່ເປັນອິສຣະແລະເປັນກາງ ໃນການລົງໂທສ ຝາກໂທສ ແລະ ການປັບໄຫມ,

ມາດຕາ 11 ກ. ຜູ້ໃດທີ່ຖືກກ່າວຫາວ່າ ໄດ້ເຮັດຜິດທາງອາຍາ, ຍັງຖືວ່າເປັນຜູ້ບໍຣິສຸທ ຈົນກ່ວາພິສູດໄດ້ທາງກົດຫມາຍ ໂດຍການພິຈາຣະນາຢ່າງເປີດເຜີຍແລະຖືກຕ້ອງຈຶ່ງຖືວ່າມີຄວາມຜິດ,

ຂ. ບໍ່ມີຜູ້ໃດມີສິດທິລົງໂທສຜູ້ຕອ້ງຫາ ກອ່ນສາລຕັດສີນຄວາມ ຫລືເອີ້ນວ່າຈັບຜິດຄົນ ແລະຫ້າມບໍ່ໃຫ້ ລົງໂທສເກີນກ່ວາເຫດ,

ມາດຕາ 12 ກ. ທຸກຄົນມີສິດທິ ຄວາມເປັນຢູ່ ແບບສ່ວນຕົວ,
ຂ. ການໂຈມຕີແລະໃສ່ຮ້າຍປ້າຍສີຜູ້ອື່ນໃຫ້ເສັຽຊື່ສຽງຫລືເສັຽສັກສີ, ຜູ້ເສັຽຫາຍ ມີສິດທິ ປ້ອງກັນ ຮັກສາ ກຽດແລະສັກສີຂອງຕົນ,

ມາດຕາ 13 ກ. ທຸກຄົນມີສິດທິເສຣີພາບໃນການຍົກຍ້າຍ ໄປມາ ພາຍໃນປະເທສຂອງຕົນເອງ,
ຂ. ທຸກຄົນມີສິດທິເສຣີພາບໃນການເດີນທາງອອກນອກປະເທສ ແລະກັບຄືນປະເທສຂອງຕົນ,

ມາດຕາ 14 ທຸກຄົນມີສິດທິ ຖືສັນຊາຕກຳເນີດຂອງຕົນເອງ,

ມາດຕາ 15 ກ. ຍິງແລະຊາຍມີອາຍຸເຕັມກະສຽນ 18 ປີ ມີສິດທິແຕ່ງງານຫລືສ້າງຄອບຄົວໄດ້ ໂດຍບໍ່ມີການຈຳກັດ ເຊື້ອຊາຕ ສັນຊາຕ ສາສນາ ພາສາ ແລະຮີດຄອງປະເພນີ,
ຂ. ສິດທິຂອງການສົມຣົດແລະຢ່າຮ້າງ ຂຶ້ນກັບການຍິນຍອມແລະສະມັກໃຈຂອງ ທັງສອງຝ່າຍ,

ມາດຕາ 16 ກ. ທຸກຄົນທີ່ມີເຊື້ອຊາຕລາວມີສິດທິການເປັນເຈົ້າຂອງ ຊັພສິນຂອງໂຕເອງ ຫລືຮ່ວມກັບຜູ້ອື່ນ ທີ່ຖືກຕ້ອງຕາມກົດຫມາຍ,
ຂ. ບໍ່ມີຜູ້ໃດມີສິດທິຢຶດຊັພສິນຂອງຄົນອື່ນທີ່ມີການຄອບຄອງຖືກຕ້ອງຕາມ ກົດໝາຍໂດຍພະລາການ

ມາດຕາ 17 ກ. ທຸກຄົນມີສິດທິເສຣີພາບ ທາງດ້ານຄວາມຄິດ, ຄວາມເຊື່ອຖືທາງສາສນາ ການເຕົ້າໂຮມ ປະກອບພິທີສາສນາ ພາຍໃຕ້ຣັຖທັມະນູນແຫ່ງຊາຕ,
ຂ. ສາສນາພຸທ ເປັນສາສນາປະຈຳຊາຕລາວ

ມາດຕາ 18 ທຸກຄົນມີສິດທິເສຣີພາບທາງດ້ານປາກເວົ້າ ອອກຄຳເຫັນ ນອກນັ້ນຍັງມີສິດທິ ໃນການຄົ້ນຫາ ຮັບຮູ້ ຂີດຂຽນ ເຜີຍແຜ່ ຂໍ້ມູນແລະຂ່າວສານ ຜ່ານສື່ຕ່າງໆ ໂດຍບໍ່ມີເຂດຈຳກັດ,

ມາດຕາ 19 ກ. ທຸກຄົນມີສິດທິເສຣີພາບໃນການເຕົ້າໂຮມ ຊຸມນຸມ ເດີນຂະບວນປະທ້ວງແບບສງົບແລະສັນຕິວິທີ,
ຂ. ບໍ່ມີການບັງຄັບໃຫ້ເຂົ້າສັງກັດ ຫລືເຂົ້າຮ່ວມກຸ່ມໃດກຸ່ມນຶ່ງ, ນອກຈາກ ຄວາມສມັກໃຈເທົ່ານັ້ນ,

ມາດຕາ 20 ກ. ທຸກຄົນມີສິດທິເສຣີພາບໃນການເຂົ້າຮ່ວມຫລືມີສ່ວນຮ່ວມຮັບຜິດຊອບ ໃນພັກການເມືອງ ໂດຍກົງ ຫລືຜ່ານຕົວແທນກໍໄດ້,
ຂ. ທຸກຄົນມີສິດທິເສຣີພາບ ໄດ້ຮັບບໍຣິການສາທາລະນະຂອງຣັຖບານ,
ຄ. ປະຊາຊົນຄືຖານອຳນາດຂອງຣັຖບານໂດຍມີຄວາມສເມີພາບແລະເທົ່າທຽມກັນ ໃນການ ໃຊ້ສິດທິປ່ອນບັດເອົາຕົວແທນຂອງຕົນ,

ມາດຕາ 21 ທຸກຄົນໃນຖານະເປັນປະຊາຊົນຂອງຊາຕມີສິດທິ ໄດ້ຮັບສ່ວນສວັດດີການຢ່າງທົ່ວເຖິງ ໃນລະດັບເຂດແລະລະດັບຊາຕ ອີງຕາມຄວາມອຸດົມຮັ່ງມີ ຂອງປະເທສ,

ມາດຕາ 22 ກ. ທຸກຄົນທີ່ມີອາຍຸ 18 ປີຂຶ້ນໄປ ມີສິດທິເສຣີໃນການເຮັດວຽກ ຫາວຽກ ແລະໄດ້ຮັບສວັດດີການໃນການວ່າງງານ,
ຂ. ທຸກຄົນມີຄວາມສເມີພາບໃນການຈ້າງງານ ແລະໄດ້ຮັບຄ່າຈ້າງງານ,
ຄ. ອາຍຸພົ້ນກະສຽນແຮງງານ 65 ປີ ມີສິທໄດ້ຮັບເບັ້ຽບຳນານ,
ງ. ທຸກຄົນມີສິດທິທີ່ຈະກໍ່ຕັ້ງແລະເຂົ້າຮ່ວມສະຫະພັນແຮງງານເພື່ອຄຸ້ມຄອງ ຜົນປະໂຫຍດ ຜູ້ທີ່ອອກແຮງງານ

ມາດຕາ 23 ຜູ້ທີ່ອອກແຮງງານທຸກຄົນມີສິດທິ ທີ່ຈະມີມື້ແລະເວລາຫຍຸດພັກງານ,

ມາດຕາ 24 ທຸກຄົນມີສິດທິເສຣີພາບ ໃນການສຶກສາ, ຊັ້ນປະຖົມສຶກສາແລະມັທະຍົມສຶກສາ ເປັນພາກບັງຄັບແລະບໍ່ໄດ້ຈ່າຍຄ່າຮຽນ ແລະການສຶກສາລະດັບສູງ ເປັນຊັ້ນທີ່ໃຫ້ທຸກຄົນໄດ້ມີໂອກາສ,

ມາດຕາ 25 ທຸກຄົນມີສິດທິເສຣີພາບໃນການຄຸ້ມຄອງຜົນປະໂຫຍດທາງດ້ານ ສິລທັມ ແລະທາງວັຖຸ ອັນເປັນຜົນໄດ້ ຈາກການປະດິດທາງວິທະຍາສາດ, ຫັຕຖະກັມ ວັນນະກັມ ສິລປະກັມຂອງຕົນ,

ມາດຕາ 26 ພາສາລາວ ເປັນພາສາໃຊ້ທາງຣັຖການ ອັນດັບນຶ່ງ, ພາສາອັງກິດ ເປັນພາສາ ໃຊ້ທາງຣັຖການ ເປັນອັນດັບສອງ,

ມາດຕາ 27 ແຜ່ນດິນລາວລ້ານຊ້າງຕ້ອງເປັນຜືນແຜ່ນດິນດຽວ, ຈະແບ່ງອອກເປັນສອງບໍ່ໄດ້ ໂດຍເດັດຂາດ

ບົດສລຸບ

ປະຊາຊົນລາວຈະມີຄວາມສຸຂ ຄວາມຈະເຣີນໄດ້ກໍຕໍ່ເມື່ອພວກເຮົາຮ່ວມໃຈກັນສ້າງປະເທສຊາຕ ແລະຝຶກຝົນ ໃຫ້ຄົນລາວ ມີສິລທັມ, ມະນຸສທັມ, ສິດທິເສຣີປະຊາທິປະໄຕ, ອິສຣະພາບ ແລະເອກຣາຊ, ຄວາມຍຸຕິທັມໃນຊາຕ, ມີຄວາມສເມີພາບແລະເປັນເອກະພາບ, ຄວາມຖືກຕ້ອງ ປອງດອງແລະສາມັກຄີກັນ ພ້ອມທັງມີຄວາມເມດຕາກະຣຸນາຊ່ວຍເຫລືອຊຶ່ງກັນແລະກັນ. ເມື່ອນັ້ນ ປະເທສຊາຕຂອງພວກເຮົາຈຶ່ງຈະພົ້ນຈາກ ຄວາມທຸກຍາກ ຄວາມລຳບາກ ທັງກາຍແລະໃຈ.

ດ້ວຍຄວາມເຄົາຣົພແລະນັບຖື

ດຣ. ຣີຊາຣ໌ດ ໄຊສົມມອນ
ປະທານຂະບວນການປະຊາທິປະໄຕເພື່ອຄົນລາວຍຸຄໃຫມ່
ນະຄອນຫລວງວໍຊີງຕັນດີຊີ, ສຫະຣັຖອາເມຣິກາ
ວັນທີ: 21 ເດືອນ 10 ປີ 2017