ແຂວງອັດຕະປື ອະນຸມັດ ຕັດໄມ້ 100,000 ແມັດກ້ອນ

ໃນ​ທ້າຍ​ປີ 2022 ທີ່​ຜ່ານ​ມາ ແຂວງ​ອັດ​ຕະ​ປື ໄດ້​ອອກ​ໂຄ່ຕ້າ ອະ​ນຸ​ຍາດໃຫ້ຫົວ​ໜ່ວຍ​ທຸ​ຣະ​ກິຈ 15 ຫົວ​ໜ່ວຍ ຕັດ​ໄມ້ປະ​ມານ 100,000 ແມັດ​ກ້ອນ. ບຸກ​ຄົນ​ທີ່​ໄກ້​ຊິດ​ກັບ​ເຈົ້າ​ໜ້າ​ທີ່ ແຂວງ​ອັດ​ຕະ​ປື ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ ຫົວ​ໜ່ວຍ​ທຸ​ຣະ​ກິ​ຈ​ໃດ ໂດຍ​ສະ​ເພາະໂຮງ​ເລື່ອຍ ແລະ ບໍ​ຣິ​ສັດ ທີ່ຈ່າຍ​ເງິນໃຫ້ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ​ແຂວງ​ອັດ​ຕະ​ປື ກໍ​ຈະໄດ້​ໂຄ່​ຕ້າ​ຕັດ​ໄມ້​ທັນ​ທີ. ການ​ອະ​ນຸ​ຍາດ​ໃຫ້​ມີ​ການ​ຕັດ​ໄມ້ ຢູ່​ແຂວງ​ອັດ​ຕະ​ປື ໄດ້ມີ​ຂຶ້ນ​ນັບ​ແຕ່​ເດືອນ​ພຶ​ສ​ຈິ​ກາ 2022 ທີ່​ຜ່ານ​ມາ ຫຼັງ​ຈາກທີ່ ມີ​ຜ່ອນ​ຜັນຄຳ​ສັ່ງ​ເລກ​ທີ 15 ວ່າ​ດ້ວຍ ການ​ເພີ່ມ​ທະ​ວີ ຄວາມ​ເຂັ້ມ​ງວດ ໃນ​ການ​ຄຸ້ມ​ຄອງ ແລະ ກວດ​ກາ​ການ​ຂຸດ​ຄົ້ນ​ໄມ້ ເຄື່ອນ​ຍ້າຍ​ໄມ້ ແລະ ທຸ​ຣະ​ກິ​ຈ​ໄມ້ ໂດຍ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ໃນ​ເວ​ລາ​ນັ້ນ ເປັນ​ຜູ້ອອກ​ຄຳ​ສັ່ງ​ດັ່ງ​ກ່າວ.

ບຸກ​ຄົນ​ທີ່​ໃກ້​ຊິດ​ເຈົ້າ​ໜ້າ​ທີ່​ ແຂວງ​ອັດ​ຕະ​ປື ໄດ້​ກ່າວ​ວ່າ ການ​ຕັດໄມ້ ມີ 3 ຈຸດ ຄື ຢູ່ ເຂດ​ເຂື່ອນ​ນ້ຳ​ກົງ ເມືອງ​ພູ​ວົງ, ເຂື່ອນ​ເຊ​ກະ​ໝານ ເມືອງ​ຊານ​ໄຊ, ແລະ ຢູ່ ເຂດ ​ເມືອງ​ສ​ນາມ​ໄຊ.

ການ​ຕັດ​ໄມ້ ຢູ່​ຕາ​ມ​ສັນ​ພູ ກວມ​ເອົາ​ບໍ​ຣິ​ເວ​ລາກວ້າງ ​ໃນ​ເນື້ອ​ທີ່​ຫຼາຍ​ກິ​ໂລ​ແມັດມົນ​ທົນ. ຊາວ​ບ້ານແຂວງ​ອັດ​ຕະ​ປື ຜູ້​ທີ່​ພົບ​ເຫັນ​ການ​ຕັດ​ໄມ້ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ:

“ອ້​ມັນ​ກະ​ກວ້າງ​ແຫຼວ ບໄດ້​ຮອດ 30-40-50 ຫຼັກ ຕັດ​ເລີຍ​ເຂົາ​ກະ​ຕັດ ຂໍ​ແຕ່​ມີ​ໄມ້​ວ່າ​ຊັ້ນ​ຊາ ທາງ​ເຂົາ​ກະ​ເອົາ​ຣົ​ຖ​ດຸດ ຣົ​ຖ​ຈົກ ຣົ​ຖ​ອັນ​ນັ້ນ ເຂົາ​ມ້າງ.”

ມີ​ການ​ບຸກ​ເບີກ​ເສັ້ນ​ທາງ​ເຂົ້າ​ໄປ ເພື່ອ​ໃຫ້​ຣົ​ຖ​ສາ​ມາດ ​ແກ່​ໄມ້​ອອກ​ມາ​ຈາກ​ສ​ນາມ​ນຶ່ງ ແລະ ສ​ນາມສອງ ເຊິ່ງ​ເຣີ່ມ​ຕັດ​ມາ​ແຕ່​ເດືອນ​ຕຸ​ລາ 2022 ເປັນ​ຕົ້ນ​ມາ.

ຊາວ​ບ້ານແຂວງ​ອັ​ດ​ຕະ​ປື ທ່ານນີ້ ໄດ້​ກ່າວຕື່ມ​ວ່າ:

“ກະ​ດຽວນີ້ ກະ​ຍັງ​ຕັດ​ຢູ່ນີ້ ແຕ່​ວ່າ ເຂົາ​ກະ​ຕັດ​ໃຫ້​ໝົດ​ແບບ​ວ່າ ແຕ່​ວ່າ ກະ​ໄດ້​ຍິນ​ວ່າ ຕັດ​ໄມ້​ຢູ່​ໃນ​ການ​ເຊາະ​ເຈື່ອນ​ຂອງເຂື່ອນ​ເຊ​ປຽນ​ເຊ​ນ້ຳ​ນ້ອຍ​ແຕກ ແຕ່​ວ່າ ບາດນີ້​ຫັ້ນ​ຕັດ​ໝົດຈົນ​ບ່ອນ​ໃດ​ກະ​ບໍ່​ຍັງ ແມ່ນ​ສາຍ​ໜ່ວຍ​ພູ​ແຖວ​ບ່ອນ​ໃດ ຟາກ​ພູ​ພາກ​ເຫວ ເຂົາ​ເອົາ​ຣົ​ຖ​ຫຍັງ​ແກ່​ອອກ ຫຼາຍໆ ຫຼາຍ​ອີ່​ຫຼີ ເຂົາ​ຕັດ​ມາ​ຕັ້ງ​ແຕ່​ເດືອນ 10 ພຸ້ນ ເຂົາ​ປ້ຳ​ໄວ້.”

ມີ​ການ​ຕັດ​ໄມ້ຢູ່​ບ່ອນ​ອື່ນ ​ເຂົ້າ​ມາປົນ​ໃສ່ກັບ​ໄມ້​ທີ່​ຕັດ ​ຢູ່​ເຂດ​ສັມ​ປະ​ທານ. ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ​ວ່າ:

“ລະ​ບົບ​ການ​ຕັດ​ໄມ້​ເຂົາ​ເຮັດ​ຈັ່ງ​ຊີ້ ໄມ້​ເຂື່ອນ​ຢູ່ດອກ ຫາກ​ເຂົາ​ໄປ​ຕັດ​ຢູ່​ບ່ອນ​ອື່ນ​ພຸ້ນ ມັນ​ເປັນ​ແນວ​ນັ້ນດອກ ບ້ານ​ເຮົາ ມັນ ໄປ​ໝາຍ​ຕົ້ນ​ໝາຍ​ຕໍ​ກະ​ຄື​ເກົ່າ​ຫັ້ນ​ລະ ເຂົາ​ກະ​ໄປ​ຕັດ​ຢູ່​ບ່ອນ​ອື່ນ​ພຸ້ນ ແນວ​ພະ​ນັກ​ງານ​ຕິດ​ຕາມ​ເຂົາ​ກະ​ໄປ​ເອົາ​ເງິນ​ຢູ່​ຫັ້ນ​ອີກ.”

ເຈົ້າ​ໜ້າ​ທີ່ ​ກ່ຽວ​ຂ້ອງ​ທ່ານນີ້ ກ່າວ​ວ່າ:

“ພວກ​ທີ່​ໄດ້​ຮັບ​ສັມປະ​ທານ​ຕັດ​ໄມ້ ຂໍ​ພຽງ​ແຕ່​ໄດ້ໃບ​ອະ​ນຸ​ຍາດ​ສັມ ປະ​ທານ​ຕັດໄມ້​ຈາກ​ຣັ​ຖ​ບານ ເຖິງວ່າ ໄມ້ຢູ່​ເຂດ​ສັມປະ​ທານບໍ່​ມີ​ກໍ​ຕາມ ເຂົາ​ເຈົ້າ​ຈະໄປ​ຕັດບ່ອນ​ອື່ນ​ແລ້ວ​ແກ່​ເຂົ້າ​ມາ.”

ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ ເລັດ ໄຊ​ຍະ​ພອນ ເຈົ້າ​ຂອງ​ອັດ​ຕະ​ປື ກໍ​ບໍ່​ຕິດ​ເສດ​ວ່າ ບໍ່​ມີ​ກາ​ນ​ອະ​ນຸ​ມັດ​ຕັດ​ໄມ້. ທ່ານ ໄດ້​ກ່າວ​ຕໍ່​ເຊັຽ​ເສ​ຣີ ໃນ​ວັນ​ທີ 31 ມົກ​ຣາ ວ່າ:

“ອັນ​ນີ້​ແມ່ນ​ຂໍ້​ມູນ​ປອມ ພວກ​ຄົນ​ບໍ່​ດີເຂົາ​ຫາ​ເຣື່ອງ.”

ການ​ຂຶ້ນ​ແຜນ​ເຮັດ​ໂຄງ​ການ​ ເພື່ອ​ເປັນ​ຂໍ້​ອ້າງ​ໃນ​ການ​ຕັດ​ໄມ້ ​ຢູ່​ແຂວງ​ອັດ​ຕະ​ປື ຍັງ​ຄົງເກີດ​ຂຶ້ນຢ່າງ​ຕໍ່​ເນື່ອງ.

ສະ​ເພາະ​ຢູ່​ເມືອງ​ສ​ນາມ​ໄຊ. ບຸກ​ຄົນ​ທີ່​ໃກ້​ຊິດ​ເຈົ້າ​ໜ້າ​ທີ່ ​ແຂວງ​ອັດ​ຕະ​ປື ຜູ້​ທີ່​ຮູ້​ເຣື້ອງນີ້ ໄດ້​ກ່າວ​ວ່າ ທາງ​ການ​ແຂວງ​ອັດ​ຕະ​ປື ອະ​ນຸ​ຍາດ ​ໃຫ້​ບໍ​ຣິ​ສັດ ບໍ​ຣິ​ສັດ ເອກ​ຊົນ ເຂົ້າ​ມາ​ຕັດ​ໄດ້ ຢູ່​ເຂດ​ເມືງ​ສ​ນາມ​ໄຊ ແຂວງ​ອັດ​ຕະ​ປື ໂດຍ​ຕັ້ງ​ໂຄງ​ການ ພັ​ທ​ນານິ​ເວດ​ກິ​ສິ​ກັມ ທັນ​ສໄ​ມຄົບ​ວົງ​ຈອນ ແລະ ເຂດ​ປູກ​ປ່າ​ໄມ້​ເປັນ​ສິນ​ຄ້າ ໃນ​ເນື້ອ​ທີ່ປະ​ມານ 1,500 ເຮັກ​ຕ້າຣ໌, ແຕ່​ໃນ​ຄວາມ​ເປັນ​ຈິ​ງ ​ກໍ​ເປັນ​ພຽງ​ແຕ່​ຂຶ້ນ​ແຜນ ເພື່ອ​ເຂົ້າ​ມາ​ຕັດ​ໄມ້ອອກ​ໄປ​ຂາຍ​ເທົ່າ​ນັ້ນ ແລະ ປ​ະ​ຊາ​ຊົນຍັງ​ບໍ່​ເຊື່ອ​ວ່າ ໂຄງ​ການ​ດັ່ງ​ກ່າວ​ຈະ​ເກີດ​ຂຶ້ນ ​ຫຼືບໍ່ ຫຼັງ​ຈາກທີ່​ມີ​ການ​ຕັດ​ໄມ້​ອອກ​ໝົດ​ແລ້ວ.

ຜ​ແນກ​ກະ​ສິ​ກັມ ແລະ ປ່າ​ໄມ້ ແຂວງ​ອັ​ດ​ຕະ​ປື ໄດ້​ຂຽນ​ໃບ​ສ​ເນີ ເຖິງ​ກະ​ຊວງ​ກະ​ສິ​ກັມ ແລະ ປ່າ​ໄມ້ ໃນ​ວັນ​ທີ 18 ກໍ​ຣະ​ກະ​ດາ 2022 ເພື່ອ​ໃຫ້​ຮັບ​ຮອງ​ເອົາ ບໍຣິ​ສັດ ອິນ​ທະ​ວົງ ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ ຈຳ​ກັດ​ຜູ້​ດຽວ ເຂົ້າ​ເກັບ​ກູ້​ທ້ອນ​ໂຮມ ໄມ້​ຢູ່​ໃນ​ເຂດ​ສັມປະ​ທານ ໂຄງ​ການ​ພັ​ທ​ນາ​ນິ​ເວດ ​ກະ​ສິ​ກັມ ທັນ​ສໄມ ຄົບ​ວົງ​ຈອນ ແລະ ເຂດ​ປູກ​ໄມ້​ເປັນ​ສິນ​ຄ້າ ໃນ​ເນື້ອ​ທີ່ປະ​ມານ 1,500 ເຮັກ​ຕ້າຣ໌.

ຕໍ່​ມາ ກະ​ຊວງ​ກະ​ສິ​ກັມ ແລະ ປ່າ​ໄມ້ ໄດ້​ອອກ​ແຈ້ງ​ການ​ເຖິງ​ຫົວ​ໜ້າ ຜ​ແນກ​ກະ​ສິ​ກັມ ແລະ ປ່າ​ໄມ້ ແຂວງ​ອັດ​ຕະ​ປື ໃນ​ວັນ​ທີ 19 ກໍ​ຣະ​ກະ​ດາ 2022 ທີ່​ຜ່ານ​ມາ.

ແຈ້ງ​ການ​ໄດ້​ລະ​ບຸ​ວ່າ ໃຫ້​ຜ​ແນກ​ກະ​ສິ​ກັມ ແລະ ປ່າ​ໄມ້ ແຂວງ​ອັດ​ຕະ​ປື ອອກ​ອະ​ນຸ​ຍາດ ໃຫ້​ບໍ​ຣິ​ສັດ ອິນ​ທະ​ວົງ ການ​ຄ້າ ຂາ​ອອກ-ຂາ​ເຂົ້າ ຈຳ​ກັດ​ຜູ້​ດຽວ ເພື່ອ​ດຳ​ເນີນ​ການ​ຂຸດ​ຄົ້ນ​ໄມ້ ຈຳ​ນວນເກືອບ 80,000 ຕົ້ນ ເທົ່າ​ກັບ ບໍ​ລິ​ມາດ 38,000 ແມັດ​ກ້ອນ ອອກ​ຈາກ​ເຂດ​ສັມ​ປະ​ທານ ຂອງ​ໂຄງ​ການ​ພັ​ທ​ນາ​ນິ​ເວດ​ກິ​ສິ​ກັມ ທັນ​ສ​ມັຍຄົບ​ວົງ​ຈອ​ນ ແລະ ເຂດ​ພັ​ທ​ນາ​ໂຄງ​ການ​ປູກ​ໄມ້​ ເປັນ​ສິນ​ຄ້າ ໃນ​ເນື້ອ​ທີ່ 1,500 ເຮັກ​ຕ້າຣ໌ ຢູ່ ເມືອງ​ສ​ນາມ​ໄຊ ແຂວງ​ອັດ​ຕະ​ປື.

ແຈ້ງ​ການ​ໄດ້ລະ​ບຸ​ອີກວ່າ: ໃຫ້​ຜແນກ​ກະ​ສິ​ກັມ ແລະ ປ່າ​ໄມ້ ແຂວງ​ອັດ​ຕະ​ປື ເປັນ​ເຈົ້າ​ການ​ແລະ ນຳ​ສ​ເນີ ຄະ​ນະ​ນຳ​ແຂວງ ແລະ ແຕ່ງ​ຕັ້ງ ຄະ​ນະ​ຮັບ​ຜິດ​ຊອບ ຄຸ້ມ​ຄອງ​ການ​ຂຸດ​ຄົ້ນ​ໄມ້ ຢູ່​ເຂດ​ສັມ​ປະ​ທານ​ຂອງ​ໂຄງ​ການ ​ພັ​ທ​ນາ​ຣະ​ບົບ​ສິ​ເວດ​ກະ​ສິ​ກັມ ​ທັນ​ສ​ໄມຄົບ​ວົງ​ຈອນ ແລະ ເຂດ​ພັ​ທ​ນາ​ໂຄງ​ການ ​ປູກ​ໄມ້​ເປັນ​ສິນ​ຄ້າ ໃນ​ເນື້​ອ​ທີ່ 1,500 ຢູ່ ເຮັກ​ຕ້າ ເມືອງ​ສ​ນາມ​ໄຊ ແຂວງ​ອັດ​ຕະ​ປື.

ເພື່ອ​ເຮັດ​ໜ້າ​ທີ່​ຄຸ້ມ​ຄອງ, ຕິດ​ຕາມ ແລະ ກວດ​ກາ ໃຫ້​ຖືກ​ຕ້ອງ​ຕາມ​ລະ​ບຽບ​ການ, ຮັບ​ປະ​ກັນ ແລະ ຫຼີກ​ເວັ້ນ ບໍ່​ໃຫ່​ມີ​ການ​ສວຍ​ໂອ​ກາດ ລັກ​ລອບ​ຂຸດ​ຄົ້ນ​ໄມ້, ເກັບ​ກູ້ ແລະ ທ້ອນ​ໂຮມ​ໄມ້​ຈາກ​ບ່ອນ​ອື່ນມາ​ຕື່ມ​ໃສ່ ແລະ ຂຸດ​ຄົ້ນນອກ​ເຂ​ດ ໄດ້​ຮັບ​ອະ​ນຸ​ຍາດ ຢ່າງ​ເດັດ​ຂາດ ອີງ​ຕາມ​ແຈ້ງ​ການ ດັ່ງ​ກ່າວ.

ນອກ​ຈາກນີ້ ຍັງ​ມີ ຫົວ​ໜ່ວຍ​ທຸ​ຣະ​ກິ​ຈ ລວມ​ທັງ​ໂຮງ​ເຮື່ອຍ ແລະ ບໍ​ຣິ​ສັດ ທີ່​ໄດ້​ຮັບໂຄ່​ຕ້າ ຫຼື ໃບ​ອະ​ນຸ​ຍາດ​ຕັດ​ໄມ້ ເຊິ່ງ​ລວມ​ກັນທັງ​ໝົດແລ້ວ ແຂວງ​ອັດ​ຕະ​ປື ໄດ້​ອະ​ນຸ​ຍາດ​ໃຫ້​ຕັດ​ໄມ້ປະ​ມານ 100,000 ແມັດ​ກ້ອນ ອີງ​ຕາມ​ບຸກ​ຄົນທີ່​ໃກ້​ຊິດ ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ແຂວງ​ອັດ​ຕະ​ປື.

ບັນ​ຫາ ​ການ​ລັກ​ລອບ ​ສົ່ງ​ໄມ້​ອອກ​ໄປ​ຕ່າງ​ປະ​ເທດ ຢູ່​ແຂວງ​ອັດ​ຕະ​ປື ທີ່​ຜ່ານ​ມາ. ໃນ​ປີ 2017 ທີ່​ຜ່ານ​ມາ, ຣັຖບານ ສັ່ງຈັບ-ຍຶດ ລົດໄມ້ເຖື່ອນ 27 ຄັນ ຢູ່ດ່ານຊາຍແດນ ພູເກືອ ເມືອງພູວົງ ແຂວງອັດຕະປື ໃນຂະນະທີ່ ຣົດໄມ້ດັ່ງກ່າວ ກຳລັງຈະສົ່ງອອກໄປ ປະເທດວຽດນາມ. ອີງ​ຕາມ​ຂໍ້​ມູນ​ ຈາກແຂວງ​ອັດ​ຕະ​ປື ໄດ້​ພົບ​ວ່າ, ຣົ​ຖ​ໄມ້ 27 ຄັນ ທີ່​ຖືກ​ຢຶດ​ໄດ້​ ໃນ​ເວ​ລານັ້ນ ເປັນ​ຂອງຄອບ​ຄົວອະ​ດີດເຈົ້າ​ໜ້າ​ທີ່ ລະ​ດັບ​ສູງ​ຂອງ​ແຂວງອັດ​ຕະ​ປື.

ລົດໄມ້ 27 ຄັນ ຖືກກັກ ແລະ ຢຶດ ໄວ້ໃນຊ່ວງເດືອນພຶສພາ 2017 ຢູ່ດ່ານພູເກືອ ແຂວງອັດຕະປື ຕິດກັບຊາຍແດນ ວຽດນາມ ແລະຕໍ່ມາໃນເດືອນ ມິຖຸນາ ຣັຖບານໄດ້ມີຄຳສັ່ງໃຫ້ຍຶດຣົຖໄມ້ທັງຫມົດນັ້ນໄວ້ ຍ້ອນເຫັນວ່າ ບໍ່ຖືກຕ້ອງຕາມກົດໝາຍ.

ຣົດໄມ້ 27 ຄັນນັ້ນເປັນຂອງຄົນ ໃນຄອບຄົວຂອງຂອງ​ອະ​ດີດ ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ ຂອງ​ແຂວງ​ອັດ​ຕະ​ປື ນອກຈາກນີ້ ຍັງມີ ພະນັກງານ ທີ່ກ່ຽວຂ້ອງ ຂອງແຂວງ ອີກຫລາຍຄົນທີ່ໄປພົວພັນເລື້ອງນີ້ ແລະ ພະນັກງານເຫລົ່ານັ້ນ ກໍຖືກສັ່ງໃຫ້ຢຸດເຊົາ ການປະຕິບັດໜ້າທີ່.

ນອກ​ຈາກນີ້, ໃນ​ວັນ​ທີ 24 ມົກ​ຣາ 2020, ເຈົ້າໜ້າທີ່ ດ່ານສາກົນ ພູເກືອ ແຂວງ ອັດຕະປື ຍຶດຣົຖໄມ້ 7 ຄັນ ທີ່ກຳລັງ ຈະສົ່ງໄມ້ ອອກໄປ ປະເທດ ວຽດນາມ.

ໄມ້ທີ່ຍຶດໄດ້ເປັນ ໄມ້ແຕ້ ແລະ ໄມ້ແດງ ທີ່ຂົນໄປຈາກ ໂຮງເລື່ອຍຫລັກ 16 ຢູ່ເມືອງໄຊເສດຖາ ແລະ ເຈົ້າໜ້າທີ່ ກັກໄວ້ຢູ່ດ່ານ ແລະ ນຳເອົາຣົດໄມ້ ລົງມາໄວ້ຢູ່ໃນກອງກວດກາປ່າໄມ້ ຢູ່ ເທສບານແຂວງອັດຕະປື.

ໄມ້ທີ່ບັນຈຸໄວ້ຢູ່ໃນຣົຖ 7 ຄັນນັ້ນ ເປັນໄມ້ທີ່ຍັງ ບໍ່ທັນມີການແປຮູບ ຫລື ໄມ້ຕັບ ເປັນຂອງຄົນວຽດນາມ ທີ່ກຳລັງຈະສົ່ງໄປ ປະເທດ ວຽດນາມ ແຕ່ຖືກເຈົ້າໜ້າທີ່ ກັກໄວ້ກ່ອນ.

ໃນເບື້ອງຕົ້ນ ເຈົ້າໜ້າທີ່ດ່ານພູເກືອ ຍຶດຣົຖໄມ້ 14 ຄັນ ແຕ່ໃນນັ້ນມີຣົຖໄມ້ສັກ ແປຮູບ 7 ຄັນ ຫລັງຈາກກວດສອບແລ້ວ ເຈົ້າໜ້າທີ່ ອະນຸຍາດໃຫ້ເອົາຣົຖຂົນສົ່ງໄມ້ສັກ ອອກໄປວຽດນາມ ແລ້ວຍຶດໄວ້ພຽງແຕ່ 7 ຄັນທີ່ມີໄມ້ແຕ້ ແລະ ໄມ້ແດງ ທີ່ບໍ່ໄດ້ແປຮູບ.

ບຸກ​ຄົນ​ທີ່​ໃກ້​ຊິດ​ເຈົ້າ​ໜ້າ​ທີ່ ​ລະ​ດັບ​ສູງ​ແຂວງ​ອັດ​ຕະ​ປື ໄດ້​ກ່າວ​ວ່າ ໃນການເອົາໄມ້ອອກຕ່າງ​ປະ​ເທດ ແຕ່ລະຄັ້ງ ຣົດຄອນເທນເນີນຶ່ງຄັນ ຈະສາມາດບັນຈຸໄມ້ ໄດ້ ແຕ່ 28-30 ແມັດກ້ອນ [ຫລື ຄິວ] ໃນຂນະທີ່ ລາຄາໄມ້ ທີ່ມີການຮັບຊື້ຢູ່ໃນໂຮງເລື່ອຍ ແຂວງອັດຕະປື ປະມານ 4,000,000 ກີບ ຕໍ່ ແມັດກ້ອນ ແຕ່ຖ້າໄມ້ໄປຮອດ ປະ​ເທດວຽດນາມ ແລ້ວຈະຂາຍໃນ ລາຄາ 17,000,000 ກີບ ຕໍ່ ແມັດກ້ອນ.

ນອກ​ຈາກນີ້, ໃນ​ໄລ​ຍະ​ທີ່​ຍັງ​ມີ​ການປະ​ຕິ​ບັດ ຄຳ​ສັ່ງ​ເລ​ກ​ທີ 15 ຂອງ​ນາ​ຍົກ​ຣັ​ຖ​ມົນ​ຕຣີ, ຢູ່​ນະ​ຄອນ​ຫລວງວຽງ​ຈັນ ຍັງ​ມີ​ການ​ລັກ​ລອບ​ສົ່ງ​ອອກ ​ໄມ້ຜ່ານ​ດ່ານ​ຊາຍ​ແດນ​ວຽງ​ຈັນ​-ໜອງ.

ໃນ​ປີ 2019 ທີ່​ຜ່ານ​ມາ ພໍ່ຄ້າໄມ້ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ, ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີວ່າ ພວກຄ້າໄມ້ຈາກຫຼາຍແຂວງ ເອົາໄມ້ມາຜ່ານຂົວມິຕພາບ ວຽງຈັນ-ໜອງຄາຍ ຍ້ອນວ່າ ມັນງ່າຍໃນການແລ່ນເອກສານ ແລະ ລາຄາຖືກກວ່າ ຢູ່່ຕ່າງແຂວງ.

ພວກພໍ່ຄ້າ ຈາກແຂວງໄຊຍະບູຣີ, ອັດຕະປື, ສວັນນະເຂດ ແລະ ບໍຣິຄຳໄຊ ຈະມາແລ່ນເອກສານເອົາໄມ້ອອກ ຢູ່ນະຄອນຫລວງວຽງຈັນ ເພື່ອສົ່ງໄມ້ອອກ ຜ່ານ ຂົວມິຕພາບວຽງຈັນ-ໜອງຄາຍ ແລະ ສົ່ງຕໍ່ໄປປະເທດຈີນ ໂດຍທາງເຮືອ.

ພໍ່ຄ້າໄມ້ເຣີ່ມຫັນມາສົ່ງໄມ້ອອກ ທາງດ່ານຂົວມິຕພາບ ວຽງຈັນ-ໜອງຄາຍ ຫລັງຈາກທີ່ມີ ຄຳສັ່ງເລກທີ 15 ຂອງນາຍົກຣັ​ຖ​ມົນ​ຕ​ຣີ ປີ 2016.

ພໍ່ຄ້າໄມ້ທ່ານນີ້ກ່າວວ່າ, ຢູ່ຕ່າງແຂວງ ໃນການແລ່ນເອກສານ ຕ້ອງໄດ້ຈ່າຍເງິນ ແຕ່ 27-33 ພັນ ໂດລ້າຣ໌ ຕໍ່ຣົຖບັນທຸກນຶ່ງຄັນ ທີ່ບັນຈຸໄມ້ ນ້ຳໜັກ 28 ຕັນ, ໃນຂນະທີ່ ຢູ່ນະຄອນຫລວງວຽງຈັນ ຈ່າຍຄ່າແລ່ນເອກສານພຽງແຕ່ 12 ພັນ ໂດລາ ຊຶ່ງເງິນຈຳນວນດັ່ງກ່າວແມ່ນ ຈ່າຍໃຫ້ ເຈົ້າໜ້າທີ່ຂະແໜງການພາສີ, ການຄ້າ, ປ່າໄມ້ ແລະ ຊັບສິນ ເພື່ອອຳນວຍຄວາມສະດວກ.

ລາຄາໄມ້ດູ່ ຢູ່ປະເທດລາວປະມານ 2,000 ໂດລາ ຕໍ່ຕັນ, ແຕ່ ຖ້າໄມ້ໄປເຖິງປາຍທາງ ປະເທດຈີນ ລາຄາໄມ້ຈະເພີ້ມຂຶ້ນເປັນ 5,000 ໂດລ້າຣ໌ຕໍ່ຕັນ ແລະ ໄມ້ ຈຳນວນ 28 ຕັນ ຢູ່ໃນຣົຖບັນທຸກ 1 ຄັນ ຈະມີມູນຄ່າ 140,000 ໂດລ້າຣ໌ ອີງຕາມຂໍ້ມູນຈາກພໍ່ຄ້າໄມ້.

https://www.rfa.org/lao/daily/politics/attapeu-province-gave-permission-to-15-companies-but-the-provincial-governor-denies-it-02032023133040.html