ແຜນການຫລັກອະນາຄົຕຂອງຊາຕ
1. ລາວຕ້ອງເປັນລາວດຽວ
ປະເທສລາວປະກອບດ້ວຍຫລາຍຊົນຊາຕຊົນເຜົ່າ,ແຕ່ລາວຕ້ອງເປັນອັນໜຶ່ງອັນດຽວ. ບໍ່ມີຜູ້ໃດ ຈະສາມາດແບ່ງແຍກເປັນລາວເໜືອລາວໃຕ້ ຫລືແບ່ງລາວເປັນສອງໄດ້. ອີງຕາມຣັຖທັມມະນູນ ກ່ອນປີ 1975, ໃນມາດຕາ 1: ບັນຍັຕໄວ້ວ່າ ແຜ່ນດິນລາວຈະຕ້ອງເປັນໜຶ່ງ ບໍ່ມີຜູ້ໃດຈະແບ່ງເປັນ ສອງໄດ້ເດັດຂາດ.
2. ປະຊາທິປະໄຕແທ້ຈິງແລະມີຫລາຍພັກການເມືອງ
-ປະຊາທິປະໄຕ ຄືຄວາມເປັນໃຫຍ່ຂອງປະຊາຊົນ. ປະຊາຊົນມີສິທ ມີສຽງ ກວດກາເບິ່ງ ໃນການບໍຣິຫານປະເທສຊາຕຂອງຣັຖບານ. ທຸກຣະບອບການປົກຄອງກໍເອົາຄຳວ່າປະຊາທິປະໄຕເປັນຂໍ້ອ້າງ. ແຕ່ຕົວຈິງແມ່ນຜະເດັດການແອບແຝງ ຕົວຢ່າງປະເທສລາວປັຈຸບັນ ປະຊາຊົນບໍ່ມີສິທແມ່ນແຕ່ ນ້ອຍດຽວ. ອັນນີ້ເອີ້ນວ່າ ອັຕຕາທິປະໄຕ (Bureaucracy) ຫລື ຣະບອບຜະເດັດການ (Dictatorship) ຊຶ່ງມັນຕ່າງຈາກ ຣະບອບເສຣີປະຊາທິປະໄຕຢ່າງສິ້ນເຊີງ.
-ມີຫລາຍພັກການເມືອງ: ປະເທສໃດກໍຕາມ ຖ້າຫາກບໍຣິຫານຫລືປົກຄອງປະເທສໂດຍມີພັກການ ເມືອງພັກດຽວ ຈະເປັນປະຊາທິປະໄຕ ບໍ່ໄດ້ເດັດຂາດ. ໃນຣະບອບປະຊາທິປະໄຕ ຕ້ອງມີສອງພັກການເມືອງຂຶ້ນໄປ, ຖ້າຫາກມີແຕ່ພັກດຽວ ກໍເອີ້ນວ່າ ລະບອບອັຕຕາທິປະໄຕ ຫລືຜະເດັດການ. ດັ່ງນັ້ນ ພວກເຮົາຈະຕ້ອງພັທນາຣະບອບເສຣີປະຊາທິປະໄຕຢ່າງຈິງຈັງໃຫ້ເປັນຮູບປະທັມຂຶ້ນມາ.
3. ສິທທິເສຣີພາບແລະສເມີພາບເທົ່າທຽມກັນ
-ດ້ານສິທທິ ປະຊາຊົນລາວທຸກຖ້ວນໜ້າຈະຕ້ອງມີສິທທິແລະໜ້າທີ່ເທົ່າທຽມກັນໃນການເລືອກ ເອົາຜູ້ຕາງໜ້າຂອງຕົນ, ໃນການຍົກຍ້າຍ ແລະໃນການຕັ້ງຖິ່ນຖານ.
-ດ້ານເສຣີພາບ ພົລເມືອງລາວທຸກຄົນມີເສຣີພາບເທົ່າທຽມກັນ ໃນການປາກເວົ້າ, ການຊຸມນຸມ, ການຂີດຂຽນແລະການເຊື່ອຖື.
-ດ້ານສເມີພາບ ພົລເມືອງລາວທຸກຄົນມີຄວາມສເມີພາບເທົ່າທຽມກັນ ທັງໃນດ້ານການສວັດດີການ ສັງຄົມແລະດ້ານກົດໝາຍ. ສີ່ງທີ່ກ່າວມານີ້ຈະໄດ້ຜົລ ກໍຈະຕ້ອງປາສຈາກ (ຄວາມລຳອ່ຽງ) ອະຄະຕິ 4 ຄື: ປາສຈາກຄວາມ ລຳອຽງເພາະຮັກ, ເພາະຊັງ, ເພາະຫລົງແລະເພາະຢ້ານຕໍ່ອຳນາດ.
4. ເອກຣາຊ ອະທິປະໄຕແລະຄວາມໝັ້ນຄົງຂອງຊາຕ
ທຸກເຊື້ອຊາຕໃນໂລກນີ້ ຕ້ອງການຄວາມເປັນຕົວຂອງຕົວເອງຄືມີເອກຣາຊປົກຄອງຕົນເອງ ບໍ່ຢາກ ຂຶ້ນກັບຊາຕໃດຊາຕໜຶ່ງ. ມີອຳນາດອະທິປະໄຕ ຢ່າງສົມບູນໃນການປົກຄອງຕົນເອງ ແລະປອ້ງກັນຊາຕໃຫ້ໝັ້ນຄົງ ພອ້ມດ້ວຍການບຳລຸງສຸຂໃຫ້ປວງຊົນ. ເອກຣາຊຂອງຊາຕທີ່ສົມບູນຕ້ອງປະກອບດວ້ຍ 3 ຢ່າງຄື: ເອກຣາຊທາງດ້ານການປົກຄອງ, ດ້ານເສຖກິຈແລະການເງິນ.
5. ກະສິກັມ ອຸສຫະກັມ ການຄ້າ ການລົງທຶນແລະເສຖກິຈໝັ້ນຄົງ
-ກະສິກັມ ອາຊີບພື້ນຖານຂອງປະຊາຊົນລາວ 80% ແມ່ນກະເສຕະກັມ ປູກຝັງແລະລ້ຽງສັຕ. ນະໂຍບາຍຫລັກແມ່ນແນໃສ່ການສົ່ງເສີມ ການປູກຝັງແລະລ້ຽງສັຕເປັນຕົ້ນຕໍ ເພື່ອໃຫ້ກະເສຕກອນ ຂອງລາວເຮົາ ລຸດພົ້ນອອກຈາກຄວາມທຸກຍາກ ພ້ອມດຽວກັນນັ້ນ ພວກເຮົາຈະສົ່ງເສີມຄວາມຮູ້ ທາງດ້ານວິຊາການໃຫ້ແກ່ປະຊາຊົນຢ່າງທົ່ວເຖິງ.
-ອຸສຫະກັມ ຄຽງຄູ່ໄປກັບການກະສິກັມ ພວກເຮົາຈະສົ່ງເສີມການລົງທຶນທາງດ້ານອຸສຫະກັມ ຂະໜາດນອ້ຍ ຂະໜາດກາງແລະຂະໜາດໃຫຍ່. ສົ່ງເສີມທາງດ້ານການລົງທຶນ ການຄ້າຂາຍ ພາຍໃນແລະຕ່າງປະເທສ, ຈະປັບປຸງເສຖກິຈຂອງຊາຕລາວໃຫ້ກ້າວໜ້າແລະໝັ້ນຄົງ ເພື່ອໃຫ້ປະຊາຊົນລາວທຸກຄົນມີຢູ່ມີກິນ ມີຊີວິດທີ່ດີຂຶ້ນເໝືອນປະເທສອື່ນໆໃນທົ່ວໂລກ.
6. ພັທນາສົ່ງເສີມການສຶກສາແລະເທັກໂນໂລຈີ
ການສຶກສາ ເປັນກະແຈອັນສຳຄັນ ໃນການສ້າງສາພັທນາປະເທສຊາຕ. ການສຶກສາເປັນນະໂຍບາຍ ຫລັກອັນໜຶ່ງ. ພວກເຮົາທີ່ຈະຕ້ອງ ໄດ້ດັດແປງ ປັບປຸງແລະແກ້ໄຂຣະບົບການສຶກສາຂອງຊາຕ ໃຫ້ເທົ່າທຽມກັບອະຣິຍະປະເທສ. ເດັກນ້ອຍທຸກຄົນຕ້ອງ ໄດ້ຮັບການສຶກສາ ຮໍ່າຮຽນເທົ່າທຽມກັນ ແລະຈະບໍ່ໄດ້ເສັຽຄ່າຮ່ຳຮຽນໃນຊັ້ນປຣະຖົມແລະມັທຍົມ, ພ້ອມກັນນັ້ນກໍຕ້ອງເບິ່ງແຍງຄວາມເປັນຢູ່ ຂອງຄຣູອາຈານ.
ທາງດ້ານວິຊາເທັກໂນໂລຈີສມັຍໃໝ່ ພວກເຮົາກໍຕ້ອງສົ່ງເສີມໃຫ້ນັກຮຽນນັກສຶກສາໄດ້ຮຽນຮູ້ ເພື່ອໃຫ້ທ່ວງທັນກັບສະພາບ ການຂອງໂລກໃນຍຸຄປັຈຈຸບັນ.
7. ສວັດດີການສັງຄົມແລະຄວາມຢູ່ດີກິນດີຂອງປະຊາຊົນ
ກ່ອນອື່ນໝົດ ພວກເຮົາຕ້ອງເອົາໃຈໃສ່ເບິ່ງແຍງການເປັນຢູ່ຂອງປະຊາຊົນລາວທຸກຄົນ. ເຊັ່ນ: ການຮັກສາສຸຂະພາບ ພາລະນາໄມ, ເຈັບເປັນຈະຕ້ອງເບິ່ງແຍງແລະປິ່ນປົວຕາມຄວາມເໝາະສົມ. ໃນເມື່ອແກ່ເຖົ້າ ຊະຣາການຫລືເສັຽອົງຄະ ກໍຈະຕ້ອງໄດ້ຮັບສວັດດີການ ທາງສັງຄົມໂດຍເທົ່າທຽມກັນ ທັງຢູ່ໃນຕົວເມືອງຫລືຊົນບົທ ຕາມມາຕຖານສາກົລ.
Update: 21 ເດືອນຕຸລາ 2017