ການຊ່ອຍເຫຼືອລາວ ຂອງຈີນ

ການຊ່ວຍເຫລືອ ຂອງຈີນ ແກ່ສປປ ລາວ ຊຶ່ງແຕ່ກ່ອນມີແຕ່ທາງດ້ານ ເສຖກິດ-ການຄ້າ ແລະການລົງທຶນ ເປັນສໍາຄັນນັ້ນ ມາບັດນີ້ມີທັງ ທາງດ້ານວັທນະທັມ ຮວມທັງສາທາຣະນະສຸກ ຮວມຢູ່ດ້ວຍ ໃນຂະນະທີ່ສປປ ລາວ ມີເປົ້າໝາຍດໍາເນີນໂຄງການ ໃຫ້ທຸກຄົນໄດ້ຮັບ ການປິ່ນປົວສຸຂພາບ. ໝາຍຄວາມວ່າການປິ່ນປົວ ສຸຂພາບຕ້ອງໄປເຖິງ ຂັ້ນພື້ນຖານ ໄປເຖິງເຂດຊົນນະບົດ ຫ່າງໄກທີ່ທຸກຍາກ ຂອງ ປະເທດ. ດັ່ງນັ້ນຈໍາເປັນຕ້ອງໄດ້ຮັບ ການຊ່ວຍເຫລືອ ຈາກຕ່າງປະເທດ ຮວມທັງຈີນ ໃນການແຈກຈ່າຍ ຢຸກຢາແລະອຸປກອນ ການແພດ.

ເວລາທີ່ປະທານປະເທດຈີນ ທ່ານ ສີຈີນຜິງ ເດີນທາງຢ້ຽມຢາມ ນະຄອນຫລວງວຽງຈັນ ເມື່ອກາງເດືອນພຶສຈິກາ ທີ່ຜ່ານມາ ທ່ານກໍໄດ້ ເຂົ້າຮ່ວມພິທີ ວາງສີລາເລິກ ປຸກສ້າງໂຮງໝໍ ມະໂຫສົດ ຫລັງໃໝ່ ທີ່ຈະປ່ຽນແທນຫລັງເກົ່າສມັຍລາວ ເປັນຫົວເມືອງຂຶ້ນຂອງຝຣັ່ງເສດ ທີ່ເກົ່າແກ່-ຊຸດໂຊມ ທີ່ຖືກສ້າງຂຶ້ນເມື່ອປີ 1903 ນັ້ນ.

ທ່ານ ສີຈີນຜິງ ກ່າວວ່າ ການຮ່ວມມືຣະຫວ່າງ 2 ປະເທດ ຈີນ-ລາວ ຄວນ ຈະເລັ່ງໃສ່ເຣື່ອງການປັບປຸງຊີວິດ ຂອງປະຊາຊົນໃຫ້ດີຂຶ້ນ ອັນເປັນຜົລປະໂຫຍດ ແກ່ຄົນທ້ອງຖີ່ນຫລາຍກວ່າ -ຕາມຣາຍງານຂ່າວຊິນຮົວ. ໂຄງການ ທີ່ຈີນຊ່ວຍເຫລືອລ້າ ມູນຄ່າ 105 ລ້ານໂດລາ ສະຫະຣັຖ ຈະເປັນໂຮງໝໍທີ່ໃຫຍ່ທີ່ສຸດ ແລະ ທັນສມັຍທີ່ສຸດຂອງລາວ. ແລະຕາມຄໍາເວົ້າຂອງເຈົ້າໜ້າທີ່ ກ່ຽວຂ້ອງຂອງລາວ ທ່ານນຶ່ງ ຕໍ່ RFA ແລ້ວແມ່ນວ່າຈະມີການກະກຽມ ຍ້າຍຄົນເຈັບໄປປິ່ນປົວ ຢູ່ໂຮງໝໍອ້ອມຂ້າງ ໃນຣະຫວ່າງ ການປຸກໂຮງໝໍນັ້ນ:

“ວາງແຜນນໍາກັນວ່າ ແຕ່ລະບ່ອນ ຄວນສິເອົາໄປບ່ອນຮອງຮັບ ບ່ອນໃດກ່ອນສິໄດ້ປຶກສາຫາຣືກັບ ມະໂຫສົດ ລະກະທາງຝ່າຍຈີນ 2. ມາ ເຣື່ອງບ່ອນປິ່ນປົວຕ້ອງມີບ່ອນຮອງຮັບ ຕົວຢ່າງວ່າບ່ອນໃດທີ່ມີ ຊ່ຽວຊານສະເພາະດ້ານນີ້ ເຮົາກະຍ້າຍໄປຢູ່ນໍາ ກະໂຮງໝໍອ້ອມຂ້າງນີ້ ຈະມີຢູ່ເສຖາ ມີ 150 ຕຽງລະມີໂຮງໝໍເມືອງອີກ ຄຶດວ່າພໍໃນຊ່ວງທີ່ກໍ່ສ້າງ.”

ພ້ອມດຽວກັນ ທາງການຈີນກໍໃຫ້ຄໍາໝັ້ນ ວ່າຈະສນອງທ່ານໝໍ ໃຫ້ໃນລະຍະ 3 ປີທໍາອິດ ຂອງການເປີດໃຊ້ໂຮງໝໍ ຊຶ່ງນັ້ນກໍສະແດງ ໃຫ້ເຫັນອີກເທື່ອນຶ່ງ ເຖິງຄວາມສາມັກຄີ ຣະຫວ່າງ 2 ປະເທດຄອມມິວນິວ ລາວ-ຈີນ. ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າຕື່ມອີກ ຕອນນຶ່ງວ່າ:

“ເພາະວ່ານຶ່ງ ກະຕ້ອງຮຽນຄຸ້ມຄອງໂຮງໝໍ ສອງມາກະຕ້ອງເວົ້າເຣື່ອງການນໍາໃຊ້ອຸປກອນນໍ ມາລະເຮົາບໍ່ຮູ້ການນໍາໃຊ້ ການຄຸ້ມຄອງ ກະສິເພລະ 2 ມາລະບາງເທື່ອນີ້ ເທັກຄລີນິກ ນີ້ໄປຍົກຣະດັບຕື່ມ ເທັກໂນໂລຊີເຮົາສໍ່ານີ້ ກະຕ້ອງໄປຮຽນ ນໍາເພິ່ນຕື່ມ ມີແຜນແຕ່ລະ ລະຍະ ຕົວຢ່າງລະຍະນີ້ ເອົາແພດຜ່າຕັດໄປ ເອົາແພດວາງຢາສລົບໄປ ເອົາແພດເຄື່ອງມືໄປ.”

ຝ່າຍລາວ ນາຍົກຣັຖມົນຕຣີ ສປປລາວ ທອງລຸນ ສີສຸລິດ ກໍໄດ້ພະຍາຍາມດຶງດູດ ເອົາການຊ່ວຍເຫລືອ ຈາກຈີນອີກຕື່ມເພື່ອເຮັດໃຫ້ 1 ໃນແຜນວຽກຈຸດສຸມ 7 ຢ່າງຂອງແຜນພັທນາເສຖກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 8 ປະ ສົບຜົລສໍາເຣັດ ຄືຮັບປະກັນ ການບໍຣິການ ດ້ານສາທາຣະນະສຸກ ຢ່າງທົ່ວເຖິງ ແລະມີຄຸນນະພາບ, ຮັບປະກັນໃຫ້ທຸກຄົນ ໄດ້ເຂົ້າເຖິງການບໍຣິການ ຮັກສາສຸຂພາບ ໂດຍແພດ-ໝໍ ທີ່ມີຄຸນນະພາບ, ຂຍາຍໂຄງຮ່າງພື້ນຖານ ດ້ານສາທາຣະນະສຸກ ໄປເຖິງຊົນນະບົດ, ສ້າງແພດ-ພະຍາບານ ໃຫ້ມີຄວາມສໍານານ, ບໍຣິການດີ, ຮັບປະກັນໃຫ້ແມ່ເກີດລູກ ດ້ວຍຄວາມປອດພັຍ, ໃຫ້ເດັກນ້ອຍໄດ້ຮັບ ສານອາຫານ ຢ່າງພຽງພໍ ຖືກຫລັກອານາມັຍ ແລະຄົບ 5 ໝວດ. ແຕ່ເຖິງຢ່າງໃດ ຣັຖບານລາວ ກໍເປັນຫ່ວງວ່າຕົນ ຈະກາຍເປັນລູກໜີ້ຈີນ.

ເມື່ອເດືອນກໍຣະກະດາ 2017 ຣັຖບານລາວ ໄດ້ຮັບຜ່ານງົບປະມານເພີ່ມຕື່ມ ສໍາລັບການຂຍາຍອັນທີ່ເອີ້ນວ່າ ແບບແຜນຣະບົບ ການປິ່ນປົວ 30 ພັນກີບປົວໄດ້ທຸກໂຣກ. ເປັນຣະບົບທີ່ທາງການລາວ ປະກາດອອກ ເມື່ອຕົ້ນປີ 2017 ແລະປັດຈຸບັນ ຣະບົບດັ່ງກ່າວ ແມ່ນຖືກນໍາໃຊ້ ສໍາລັບປະຊາຊົນລາວ ເກືອບວ່າທົ່ວທັງປະເທດ ຊຶ່ງຄົນເຈັບຈ່າຍພຽງແຕ່ 30 ພັນກີບ ຫລື 3 ໂດລາ ສະຫະຣັຖ 60 ເຊັນ ສໍາລັບປິ່ນປົວ ທຸກຢ່າງ ໃນຂະນະທີ່ຣັຖບານ ຈ່າຍຖົມຂຸມໃຫ້ສ່ວນທີ່ເຫລືອນັ້ນ ແລະກໍເປັນຣະບົບ ທີ່ກວມເອົາທັງການຈ່າຍ ໃບບິນການແພດທຸກຢ່າງ ນໍາດ້ວຍ ອັນມີຮວມທັງການຜ່າຕັດ ທີ່ຕ້ອງຈ່າຍເຖິງ 600 ໂດລາ ສະຫະຣັຖ. ສໍາລັບຄ່າປິ່ນປົວ ເກີນນັ້ນ ທາງກອງທຶນປະກັພັຍ ສຸຂພາບແຫ່ງຊາດ ຈະຈ່າຍ 75 ເປີເຊັນ ຂະນະທີ່ຄົນເຈັບຈ່າຍສ່ວນ ທີ່ເຫລືອ.

ນັ້ນຄືສ່ວນນຶ່ງຂອງ ການປະຕິຮູບຍຸທສາດ ຂແນງສາທາຣະນະສຸກຂອງລາວ ທີ່ຖືກນໍາສເນີເມື່ອປີ 2013 ແລະຈະໃຫ້ທຸກຄົນເຂົ້າເຖິງ ຣະບົບນີ້ ໃນປີ 2025. ໃນປີ 2020 ຈະໃຫ້ກວມພົລເມືອງເຖີງ 80 ເປີເຊັນໃນທົ່ວປະເທດ.

ພັກປະຊາຊົນປະຕິວັດລາວ ເວົ້າວ່າການປິ່ນປົວສຸຂພາບ ເປັນຄວາມສໍາຄັນອັນດັບນຶ່ງ ໂດຍສະເພາະຂະນະທີ່ລາວ ພະຍາຍາມທີ່ຈະ ເປັນປະເທດ ທີ່ມີ ຣາຍໄດ້ຜ່ານກາງໃນປີ 2030.

ແລະຕາມຣາຍງານ ຂອງທນາຄານພັທນາເອເຊັຽ ແລ້ວແມ່ນວ່າຈະບໍ່ເປັນ ເຣື່ອງງ່າຍ ກ່ອນທີ່ລາວ ຈະເຮັດໄດ້ຄືແນວນັ້ນ ໃນຂະນະທີ່ ເມື່ອປີກາຍ ໂຄງການຮັບປະກັນສຸຂພາບ ທຸກຄົນມີຜູ້ເຂົ້າເຖິງພຽງ 33 ເປີເຊັນເທົ່ານັ້ນ. ໃນຈໍານວນຜູ້ທີ່ມີປະກັນສຸພາບ ເກືອບທັງໝົດ ເປັນພະນັກງານ-ຣັຖກອນ ຫລືພວກຄົນຮັ່ງມີ ທີ່ສາມາດຈ່າຍປະກນພັຍເອກຊົນ. ພວກທີ່ບໍ່ມີ ກໍມັກຈະໄດ້ຈ່າຍຄ່າປິ່ນປົວຕົນຫລາຍ ຫລືບໍ່ກໍຕ້ອງໄດ້ຢຸດປິ່ນປົວຕົນເລີຍ.

ໃນປີ 2015 ອາຍຸຍືນຂອງຄົນລາວ ຢູ່ທີ່ 63 ປີເຄິ່ງຊຶ່ງກໍເປັນອັຕຣາທີ່ຕໍ່າທີ່ສຸດປະເທດນຶ່ງຢູ່ເຂດ ເອເຊັຽຕາເວັນອອກສ່ຽງໃຕ້ ແລະກໍຢູ່ໃຕ້ ຂີດປານກາງ ຂອງໂລກ 8 ປີຕິດຕໍ່ກັນ.

ກະຊວງສາທາຣະນະສຸກ ປະເມີນວ່າມີປະຊາຊົນລາວ 5 ລ້ານຄົນຈະເຂົ້າເຖິງຣະບົບທີ່ວ່ານັ້ນໃນລະຍະຂຍາຍ ຊຶ່ງທົດລອງປະຕິບັດ ຢູ່ຫລາຍແຂວງຂອງລາວ ເມື່ອປີກາຍ ຮວມທັງຢູ່ແຂວງສາລະວັນ ມີຄົນໄປໂຮງໝໍເພີ່ມຂຶ້ນເຖິງ 2 ເທົ່າປາຍຕໍ່ປີ.

ເມື່ອໄວໆມານີ້ ສະພາແຫ່ງຊາດ ໄດ້ກໍານົດເປົ້າໝາຍສໍາລັບປີ 2018 ໃນການລຸດຜ່ອນຈໍານວນເດັກນ້ອຍ ນໍ້າໜັກຕົວເບົາ, ອັຕຣາການ ເສັຽຊີວິດຂອງແມ່ແລະເດັກນ້ອຍ ເກີດໃໝ່, ແລະການເສັຽຊີວິດ ຂອງເດັກນ້ອຍອາຍຸລຸດ 5 ປີ.

ໂຄງສ້າງພື້ນຖານ ທາງພູມີສາດຂອງລາວ ບໍ່ອໍານວຍ ຊຶ່ງ 70 ເປີເຊັນເປັນເຂດພູດອຍ, ການຄົມນາຄົມ ຫຍູ້ງຍາກ ເຮັດໃຫ້ປະຊາຊົນ ໃນເຂດຊົນນະ ບົດ ຫ່າງໄກ ເຂົ້າເຖິງສູນປິ່ນປົວ ສຸຂພາບໄດ້ຍາກ ໃນຂະນະທີ່ທາງການພັກ-ຣັຖ ຫວັງວ່າການປິ່ນປົວ ສຸຂພາບ ແບບ ທົ່ວເຖິງທຸກຄົນ ຈະຜ່ອນຄາຍຄວາມບໍ່ພໍໃຈຕ່າງໆ ຂອງປະຊາຊົນທີ່ໄດ້ມີມາແຕ່ ດົນນານນັ້ນໄດ້.

ການຂາດເຂີນງົບປະມານ ເຮັດໃຫ້ລາວເພິ່ງພາການຊ່ວຍເຫລືອ ຂອງຕ່າງ ປະເທດຫລາຍຂຶ້ນ ຊຶ່ງທົ່ວໄປແລ້ວກໍແມ່ນຈາກຈີນ. ເວົ້າເຖິງ ລວມຍອດມູນຄ່າ ຜລິຕພັນພາຍໃນຂອງລາວ ເຕີບໂຕເຖິງ 7 ເປີເຊັນໃນຫລາຍປີ ຜ່ານມາ ແຕ່ລາວໄດ້ຈ່າຍພຽງ 98 ໂດລາສະຫະຣັຖຕໍ່ຄົນ ສໍາລັບການຮັກສາ ສຸຂພາບ ຄືລຸດ Timor-Leste ປະເທດທີ່ທຸກຍາກທີ່ສຸດ ຂອງເອເຊັຽຕາເວັນອອກສ່ຽງໃຕ້. ຣາຍຈ່າຍທັງໝົດຂອງລາວ ໃສ່ເຣື່ອງສຸຂພາບມີພຽງ 1 ຈຸດ 9 ເປີເຊັນຂອງ GDP -ຕາມຂໍ້ມູນຂອງອົງການ ອະນາມັຍ ໂລກ.

http://www.rfa.org/lao/daily/politics/analysis/chinese-aid-matter-of-life-death-laos-01042018070634.html

ອອກຄຳເຫັນຜ່ານເຟຊບຸກ