ສານເຄມີໃນຮ່າງກາຍ ຊາວບ້ານ

ຈາກຂໍ້ມູນການວິຈັຍ ຂອງໂຄງການ ບໍຣິການ-ສົ່ງເສີມ ກະສິກັມ ຮອບດ້ານ ທີ່ີໄດ້ເຜີຍແຜ່ໃນ ເດືອນ ມົກກະຣາ 2018 ໄດ້ຊີ້ໃຫ້ເຫັນວ່າມີ ສານເຄມີ ຢາປາບສັດຕູພືດ ຕົກຄ້າງໃນຮ່າງກາຍຂອງຄົນ ໃນອັດຕາສ່ວນເຖິງ 96 ເປີເຊັນ ຢູ່ ແຂວງຊຽງຂວາງ.

ໂຄງການດັ່ງກ່າວ ໄດ້ກວດເລືອດກຸ່ມເປົ້າໝາຍ 1 ພັນຄົນ ທີ່ເປັນນັກຮຽນ, ຜູ້ບໍຣິໂພກ ແລະ ຊາວກະສິກອນ ໃນເດືອນມິຖຸນາ ປີ 2017 ຢູ່ ແຂວງຊຽງຂວາງ, ແລະຜົນປະກົດວ່າ ມີ 960 ຄົນ ເທົ່າກັບ 96 ເປີເຊັນ ມີສານເຄມີຢາປາບສັດຕູພືດ ຕົກຄ້າງ ໃນຮ່າງກາຍ, ເຫລືອພຽງ 4 ເປີເຊັນ ບໍ່ມີສານເຄມີຕົກຄ້າງ.

ໃນຈໍານວນກຸ່ມເປົ້າໝາຍ ທີ່ຖືກກວດພົບ ມີສານຢາປາບສັດຕູພືດ ຕົກຄ້າງໃນຮ່າງກາຍນັ້ນ, ກຸ່ມຜູ້ບໍຣິໂພກ ກວມເອົາອັດຕຣາສ່ວນ ເກືອບ 50 ເປີເຊັນ; ອິີງຕາມຂໍ້ມູນຈາກການວິຈັຍ.

ຍ້ອນວ່າຢູ່ແຂວງຊຽງຂວາງ ມີການປູກສາລີເປັນສິນຄ້າ ໃນຈໍານວນເນື້ອທີ່ ປະມານ 20 ພັນເຮັກຕາ ສະນັ້ນຈຶ່ງມີການໃຊ້ ສານເຄມີຢາປາບ ສັດຕູພືດ ຢ່າງກວ້າງຂວາງ. ດັ່ງທ່ານ ອ່ຽນລ່າງ ພັນທະນິວົງ, ນັກວິຊາການຂແນງປູກຝັງ ຜແນກກະສິກັມ ແລະປ່າໄມ້ ແຂວງຊຽງຂວາງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 26 ກຸມພາ ວ່າ:

“ອາ 2004 ມາຫາ 2015 ເນາະ ເອີ້ນວ່າ ການໃຊ້ສານເຄມີມັນ ໂດຍສະເພາະ ການໃຊ້ກັບພືດເສຖກິດ ຢ່າງເຊັ່ນ ສາລີ ເນາະ ເອີ້ນວ່າ ມັນມາຈາກການປູກສາລີ ຫັ້ນແຫລະ ອັນ ຫລັກໆ ຫັ້ນນະ ກະສໍາລັບພືດອື່ນໆ ກະບໍ່ໄດ້ໃສ່ສານເຄມີຫລາຍ.”

ສະເພາະຜົນຂອງການກວດເລືອດ ຫາສານຕົກຄ້າງໃນຮ່າງກາຍຂອງຄົນ ຢູ່ແຂວງຊຽງຂວາງ ນັ້ນເປັນການກວດ ໃນເບື້ອງຕົ້ນຢູ່ພາກສນາມ, ແຕ່ຖ້າຈະໃຫ້ມີຄວາມແນ່ນອນກວ່ານີ້ ຕ້ອງມີການກວດຢູ່ຫ້ອງທົດລອງເພີ້ມເຕີມ. ດັ່ງທ່ານ ສຸບິນ ພິມມະທັດ, ນັກວິຊາການ ຈາກສູນວິຈັຍ ອາຫານ ແລະຢາ ກະຊວງສາທາລະນະສຸກ ໄດ້ກ່າວ ຕໍ່ເອເຊັຍເສຣີ ໃນວັນທີ 27 ກຸມພາ ວ່າ:

“ອັນນີ້ ເຮົາກວດໂຕນີ້ ມັນເປັນການແທັສ ເບື້ອງຕົ້ນ ແທັສຄິທ (Test kits) ຊື່ໆ ແທັສຄິທ ວ່າກວດເບິ່ງວ່າ ພົບຫລືບໍ່ພົບ ແຕ່ວ່າ ປະຣິມານໜ້ອຍ ຫລື ຫລາຍນີ້ ເຮົາຍັງບໍ່ຮູ້ເນາະ ໃນນາມມຸມມອງ ຂອງນັກວິີຊາການຫັ້ນນ່າ ເບື້ອງການວິຈັຍແທ້ໆ ເຮົາຕ້ອງໄດ້ກວດ ໃນຫ້ອງກວດໃນຫ້ອງວິເຄາະ ອີກບາດນຶ່ງ.”

ສະເພາະເມືອງໜອງແຮດ ແລະເມືອງຄໍາ ແຂວງຊຽງຂວາງ ມີການນໍາເຂົ້າຢາປາບສັດຕຣູພືດ 100 ແມັດຕຼິກຕັນ (Metric Ton) ໃນຫົວໜ່ວຍ (1 Metric Ton ເທົ່າກັບ 1,000 Kg) ອີງຕາມຂໍ້ມູນຈາກຜແນກກະສິກັມ ແລະປ່າໄມ້ ແຂວງຊຽງຂວາງ. ຢາປາບ ສັດຕຣູພືດ ທີ່ພົບເຫັນໃຊ້ກັນ ໂດຍທົ່ວໄປ ຢູ່ແຂວງຊຽງຂວາງ ມີ Cypermethrin, carbaryl, Glyphosate, Atrazine, Paraquat, Metsulfuron.

ນອກຈາກນີ້ ຜແນກກະສິກັມ ແລະປ່າໄມ້ ແຂວງຊຽງຂວາງ ໄດ້ກວດຕົວຢ່າງຜັກ ແລະໝາກໄມ້ປະມານ 600 ຕົວຢ່າງຈາກກຸ່ມຊາວ ກະສິກອນ ແລະຈາກຕລາດພາຍໃນ 7 ຕົວເມືອງ, ແລະ ພົບວ່າຫຼາຍກວ່າ 300 ຕົວຢ່າງ ມີການປົນເປື້ອນສານເຄມີ ຢາປາບສັດຕຣູພືດ. ດັ່ງ ທ່ານ ອ່ຽນລ່າງ ພັນທະນິວົງ, ນັກວິຊາການຂແນງປູກຝັງ ຜແນກກິສິກັມແລະປ່າໄມ້ ແຂວງຊຽງຂວາງ ໄດ້ກ່າວຕໍ່ເອເຊັຍເສຣີ ອີກວ່າ:

“ຄວາມຈິງມັນແມ່ນເປັນການບໍຣິໂພກ ບໍ່ໝາຍຄວາມວ່າ ໄດ້ຮັບຈາກການໃຊ້ຢາຢູ່ຂົງເຂດນີ້ ໂດຍກົງ ແຕ່ວ່າອັນນັ້ນ ກະມີສ່ວນ ບໍ່ປະຕິເສດ ແຕ່ວ່າ ອັນຫລັກໆກໍຄື ການບໍຣິໂພກ ການບໍຣິໂພກນີ້ ກະໝາຍຄວາມວ່າ ເຮົາໄດ້ຮັບພືດຜັກ ຫລືວ່າໝາກໄມ້ ຊີ້ນປາ ອາຫານ ກະເຮົາມີ ການຜລິດພາຍໃນ ແລະກະນໍາເຂົ້າ.”

ມາດຕະການ ການປ້ອງກັນກໍຄື ປັດຈຸບັນ ທາງການລາວໄດ້ມີການສົ່ງເສີມ ໃຫ້ຊາວບ້ານ ຜລິດກະສິກັມ ແບບບໍ່ໃຊ້ສານເຄມີ ເພື່ອໃຫ້ມີ ການເຮັດກະສິກັມແບບສະອາດ. ດັ່ງທ່ານ ອ່ຽນລ່າງ ນັກວິຊາການ ຈາກຜແນກກະສິກັມແລະປ່າໄມ້ ແຂວງຊຽງຂວາງ ກ່າວວ່າ:

“ພວກເຮົາພຍາຍາມສົ່ງເສີມ ການປູກພືດກະສິກັມທີ່ວ່າ ທີ່ວ່າບໍ່ໄດ້ໃຊ້ ສານເຄມີຫລາຍ ໝາຍຄວາມວ່າ ອັນນຶ່ງກະແມ່ນເລື້ອງ ກະສິກັມ ອິນຊີນີ້ ໂດຍສະເພາະຈໍາພວກ ພືດຜັກ ກະຊິມີນໍາໃຊ້ ວັສດຸ ທີ່ມີຢູ່ໃນທ້ອງຖິ່ນນີ້ ເນາະ ຫລືວ່າ ໃຊ້ລະບົບກະສິກັມ ແບບສະອາດກໍໄດ້ ໃນສານເຄມີ ແຕ່ວ່າ ຢູ່ພາຍໃຕ້ການຄວບຄຸມ.”

ນັບແຕ່ບັນຫາຜົນກະທົບ ຈາກສານເຄມີ ຢາປາບສັດຕຣູພືດເກີດຂຶ້ນ ຣັຖບານລາວ ໄດ້ອອກນິຕິກັມ ຄວບຄຸມການນໍາເຂົ້າ ແລະນໍາໃຊ້ ສານເຄມີ ໂດຍສະເພາະກົດໝາຍວ່າດ້ວຍ ການຄວບຄຸມສານເຄມີ ທີ່ີປະກາດໃຊ້ ໃນເດືອນພຶສຈິກາ 2016. ແລະ ຍັງມີດໍາຣັດວ່າດ້ວຍ ການຄຸ້ມຄອງຢາປາບສັດຕຣູພືດ ທີ່ປະກາດໃຊ້ໃນ ເດືອນສິງຫາ 2017 ແລະ ໄດ້ມີການເຜີຍແຜ່. ດັ່ງ ທ່ານ ດຣ. ບຸນຂວາງ ຄໍາບຸນເຮືອງ ຮອງຣັຖມົນຕຼີ ກະຊວງກະສິກັມ ແລະປ່າໄມ້ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 1 ມິນາ ວ່າ:

“ຫລັງໆນີ້ ກະມີດໍາລັດຂອງນາຍົກ ສະເພາະ ໄດ້ອອກສະເພາະ ເລື້ອງຢາປາບສັດຕູພືດ ຢາຂ້າຫຍ້າ ໃຊ້ສານເຄມີນີ້ ກະລົງໄປເຜີຍແຜ່ໝົດ ບັນດາແຂວງ ທີ່ມີເປົ້າໝາຍຕ່າງໆ ນີ້ ຫັນໄປສູ່ການນໍາໃຊ້ແບບ GAP ໝົດ ການປູກພືດຕ່າງໆ ກະມີການ ຄຸ້ມຄອງກັນ List ຢາທີ່ ຫ້າມເຂົ້າ ພວກເຮົາກະໄດ້ສົ່ງໃຫ້ໝົດ ໃຫ້ບັນດາແຂວງກ່ຽວຂ້ອງ ພາກສ່ວນກ່ຽວຂ້ອງ ໄດ້ຄຸ້ມຄອງນໍາກັນຫັ້ນນ່າ.”

ນອກຈາກນີ້ ຍັງມີການສັ່ງຫ້າມນໍ້າເຂົ້າຢາປາບສັດຕຣູພືດຊນິດ ທີ່ເປັນອັນຕະລາຍ, ດັ່ງ ດຣ ບຸນຂວາງ ກ່າວຕື່ມອີກວ່າ:

“ດຽວນີ້ລະພວກເຮົາກວດໝົດແລ້ວ ຕ້ອງມີສລາກ ຫ້າມໝົດແລ້ວ ພາຣາຄວັດເບາະ ຢາຂ້າຫຍ້າ ທີ່ວ່າ ທາງສາກົນຫ້າມ ພວກເຮົາກະຫ້າມ ນໍາເຂົ້າ ພວກເຮົາກະຫ້າມເດັດຂາດລະໄດ໋ ບໍ່ໄດ້ເອົາເຂົ້າລະ ຢາຂ້າຫຍ້າ ຢາປາບສັດຕຣູພືດ ທີ່ບໍ່ມີ [ໃບອະນຸຍາດ] ທີ່ນອກຈາກ ອະນຸຍາດ ລະພວກເຮົາ ກະບໍ່ໃຫ້ນໍາເຂົ້າລະ.”

ບັນຫາສານເຄມີຕົກຄ້າງໃນຮ່າງກາຍຂອງຄົນເກີດຂຶ້ນ ຢູ່ໃນທົ່ວປະເທດ:

ໃນປີ 2016, ກະຊວງສາທາລະນະສຸກ ຮ່ວມກັບ ບໍຣິສັດພັທນາຊົນນະບົດ ຈໍາກັດຜູ້ດຽວ ໄດ້ກວດເລືອດນັກຮຽນ ແລະ ຄຣູ-ອາຈານ ປະມານ 700 ຄົນ ເພື່ອຫາສານເຄມີ ຢາປາບສັດຕຣູພືດ, ແລະພົບວ່າ ເກືອບເຄິ່ງນຶ່ງ ໃນຈໍານວນ 700 ຄົນ (ຫລື ເກືອບ 50 ເປີເຊັນ) ມີສານເຄມີຕົກຄ້າງໃນຮ່າງກາຍ ໃນລະດັບທີ່ຍອມຮັບບໍ່ໄດ້ ຫລື ລະດັບອັນຕະລາຍ.

ໃນປີດຽວກັນ ກະຊວງສາທາລະນະສຸກ ຮ່ວມກັບ ບໍຣິສັດພັທນາ ຊົນນະບົດ ຈໍາກັດຜູ້ດຽວ ກໍໄດ້ກວດເລືອດນັກຮຽນ ແລະ ຄຣູອາຈານ ປະມານ 400 ຄົນ ຢູ່ນະຄອນຫຼວງວຽງຈັນ, ຊຶ່ງຜົນປະກົດວ່າ ຫຼາຍກ່ວາເຄິ່ງນຶ່ງ ຫຼືເທົ່າກັບ 58 ເປີເຊັນ ມີສານຕົກຄ້າງ ໃນຮ່າງກາຍ ໃນລະດັບທີ່ຮັບບໍ່ໄດ້ ຫລື ລະດັບອັນຕະລາຍ.

ທີ່ເວົ້າມານັ້ນ ຍັງບໍ່ລວມເອົາຜົນກະທົບຈາກຢາປາບສັດຕຣູພືດ ທີ່ໃຊ້ຢູ່ໃນສວນກ້ວຍ ຢ່າງແຜ່ຫລາຍ ຢູ່ພາກເໜືອຂອງປະເທດລາວ.

ໃນຕອນທ້າຍບົດວິຈັຍໄດ້ສລຸບເອົາໄວ້ວ່າ:

ຢູ່ປະເທດລາວ ມີການໃຊ້ຢາປາບສັດຕູພືດ ເພີ້ມຂຶ້ນປະມານ 200 ເປີເຊັນ ພາຍໃນເວລາ 10 ປີ ຜ່ານມາ ຍ້ອນວ່າ ການສົ່ງເສີມ ໃຫ້ ຊາວກະສິກອນ ປູກພືດເປັນສິນຄ້າ.

ສິ່ງທີ່ໜ້າເປັນຫ່ວງ ກໍຄື ສານເຄມີຢາປາບສັດຕູພືດ ຈະສົ່ງຜົນກະທົບ ຕໍ່ການພັທນາສມອງຂອງເດັກນ້ອຍ.

ຜູ້ບໍຣິໂພກມີແນວໂນ້ມໄດ້ຮັບສານເຄມີ ຢາປາບສັດຕຣູພືດ ຫລາຍກວ່າ ຊາວກະສິກອນ ນັ້ນສະແດງໃຫ້ເຫັນວ່າສານເຄມີ ປະເພດຢາປາບ ສັດຕຣູພືດ ທີ່ຕົກຄ້າງໃນຮ່າງກາຍ ຂອງຄົນ ນັບມື້ຮ້າຍແຮງ ຂຶ້ນກ່ວາເກົ່າ.

https://www.rfa.org/lao/daily/health/laos-xiengkhouang-villagers-blood-test-for-chemical-03022018060354.html

 

ອອກຄຳເຫັນຜ່ານເຟຊບຸກ