ທະນາຄານໂລກຢຸດຊ່ອຍ ໂຄງການ ບໍຣິການ ນໍ້າເທີນ 2

ໃນເດືອນມົກຣາ ປີນີ້ ທະນາຄານໂລກໄດ້ປະກາດ ໃນຖແລງການວ່າ ໂຄງການບຳບັດສິ່ງແວດລ້ອມ ແລະຊິວິດການເປັນຢູ່ຂອງຊຸມຊົນ ຜູ້ທີ່ຖືກໂຍກຍ້າຍຈາກ ໂຄງການນ້ຳເທີນສອງ ຂອງທະນາຄານໂລກໄດ້ຍຸຕິການດຳເນີນງານ ໃນວັນທີ 31 ເດືອນ ທັນວາ ປີ 2017, ໂຄງການດັ່ງກ່າວເປັນພາກສ່ວນ ງົບປະມານໃນຈຳນວນເງິນ 1 ຕື້ 3 ຮ້ອຍລ້ານໂດລາ ຂອງໂຄງການນ້ຳເທີນສອງ ພາກກາງຂອງລາວ ທີ່ແຂວງຄຳມ່ວນ ທີ່ໄດ້ຕັ້ງຂຶ້ນໃນປີ 2005 ເພື່ອບໍຣິຫານຈັດການ ເຣື້ອງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະຊີວິດການເປັນຢູ່ ຂອງຊຸມຊົນ ຜູ້ທີ່ຖືກໂຍກຍ້າຍ ຈາກໂຄງການເຂື່ອນນ້ຳເທີນສອງ.

ຣັຖບານລາວແລະໂຄງການນ້ຳເທີນສອງ ມີແຜນການຈະໃຊ້ MODEL ນີ້ໃນການສ້າງເຂື່ອນໃນລາວ ໃນອະນາຄົດວ່າເປັນໂຄງການທີ່ ທັນສມັຍ ສີຂຽວແລະບໍ່ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະຊຸມຊົນໃນໂຄງການເຂື່ອນຕ່າງໆ ທີ່ຣັຖບານລາວຈະສ້າງ ໃນອະນາຄົດ.

ການປິດໂຄງການນີ້ ທະນາຄານໂລກໄດ້ໂອນ ຄວາມຮັບຜິດຊອບ ໃນການບໍຣິຫານຈັດການບັນຫາ ດັ່ງກ່າວໃຫ້ແກ່ ຣັຖບານລາວ, ບໍຣິສັດນ້ຳເທີນສອງ ແລະອົງການຊ່ອຍເຫລືອຊຸມຊົນ ຈາກປະເທດຝຣັ່ງເສດ ຫລື AFD ເປັນຜູ້ບໍຣິຫານຈັດການຕໍ່ໄປ ໃນອະນາຄົດ.

ໃນຖແລງການທະນາຄານໂລກ ຍັງໄດ້ເວົ້າເຖິງຄວາມສຳເຣັດຜົລ ໃນໂຄງການນີ້ ໃນຣະຍະກວ່າ 10 ປີ ທີ່ທະນາຄານໂລກ ໄດ້ດຳເນີນງານມາວ່າ: ໂຄງການນ້ຳເທີນສອງ ເປັນໂຄງການເຂື່ອນໄຟຟ້າ ທີ່ທັນສມັຍ ເປັນມິດຕໍ່ສິ່ງແວດລ້ອມ ແລະຊຸມຊົນ ເປັນໂຄງການທີ່ຍືນຍົງ ໃນຈຸດປະສົງ ເພື່ອກະຈາຍໄຟຟ້າ ແລະໃຫ້ໂອກາດແກ່ປະຊາຊົນທ້ອງຖິ່ນໃນລາວ. ຊຶ່ງທະນາຄານໂລກ ກໍໄດ້ແບກຫາບພາຣະນີ້ມາຫຼາຍກວ່າ 10 ປີແລ້ວ.

ແຕ່ຫລາຍພາກສ່ວນເວົ້າວ່າ ທະນາຄານໂລກຖອນຕົວໄວເກີນໄປ ຍ້ອນວ່າ ປະຊາຊົນຜູ້ທີ່ໄດ້ຮັບຜົລກະທົບ ຍັງບໍ່ສາມາດຕັ້ງຕົວໄດ້ເທື່ອ ໃນເວລານີ້ ຫລາຍຄອບຄົວ ຍັງທຸກຍາກເຫມືອນເດີມ ຫລືຫລາຍກວ່າເກົ່າຍ້ອນບໍ່ມີ ທີ່ດິນທຳມາຫາກິນ ແລະ ການຫາລ້ຽງຄອບຄົວ ຂອງພວກຂະເຈົ້າໃນຣະຍະຍາວ ຍັງລຳບາກຢູ່ ເຖິງແມ່ນວ່າ ຈະມີຄວາມສະດວກສະບາຍ ໃນຫລາຍຢ່າງກໍຕາມ ເປັນຕົ້ນຖນົນຫົນທາງ ໂຮງຫມໍ ໂຮງຮຽນ.

ອິງຕາມການສຳຣວດຈາກອົງການສາກົນ ໂຄງການນ້ຳເທີນສອງ ສົ່ງຜົລກະທົບຢ່າງໃຫຍ່ຫລວງ ຕໍ່ຊຸມຊົນຢູ່ໃຕ້ນ້ຳ ໂດຍສະເພາະ ນ້ຳເຊບັ້ງໄຟ ເຮັດໃຫ້ມີການໂຍກຍ້າຍ ປະຊາຊົນ ສ່ວນໃຫຍ່ແມ່ນຊົນເຜົ່າກວ່າ 6 ພັນຄອບຄົວ ຍ້ອນຜົລກະທົບ ຈາກໂຄງການ ເຂື່ອນນ້ຳເທີນສອງ.

ໂຄງການບຳບັດສິ່ງແວດລ້ອມ ແລະຊີວິດການເປັນຢູ່ ຂອງປະຊາຊົນ ຜູ້ທີ່ຖືກໂຍກຍ້າຍ ຖືກສ້າງຕັ້ງຂຶ້ນມາ ເພື່ອປົວແປງ ບັນຫາດັ່ງກ່າວ, ໃນປີ 2015 ຫລັງຈາກ 10 ປີ ທີ່ໄດ້ດຳເນີນງານມາ ແລະໄດ້ຕໍ່ເວລາຕື່ມອີກສອງປີ ຍ້ອນບໍ່ສາມາດບັນລຸເປົ້າໝາຍ ຫລາຍຢ່າງກໍບໍ່ໄດ້ຜົລ ແຕ່ຢ່າງທີ່ໄດ້ຜົລນັ້ນມີຫນ້ອຍ.

ເປັນຕົ້ນການສ້າງໂຄງຮ່າງພື້ນຖານຖນົນຫົນທາງ ໂຮງຮຽນ ສຸຂສາລາ ໃນເຂດບ້ານຈັດສັນໄດ້ຜົລດີ ແລະມີຜົລທາງບວກ ແຕ່ເຣື້ອງບັນຫາ ການປະກອບອາຊີບ ການຫາລ້ຽງຄອບຄົວ ຂອງຊຸມຊົນນັ້ນ ຍັງມີຄວາມຫຍຸ້ງຍາກຢູ່.

ຈາກການສຳຣວດພື້ນທີ່ ສະພາບຄວາມເປັນຈິງ ດ້ວຍການສຳພາດປະຊາຊົນ ຜູ້ທີ່ຖືກໂຍກຍ້າຍ ຈາກໂຄງການນ້ຳເທີນສອງ ຂອງອົງການ ສິ້ງຊອມ ແມ່ນ້່ຳຂອງ ຫລື MEKONG WATCH ຮ່ວມກັບອົງການແມ່ນ່້ຳສາກົນ ປະຈຳປະເທດໄທ ຫລັງຈາກທີ່ ທະນາຄານໂລກ ປະກາດຍຸຕິການດຳເນີນງານ.

ໃນເດືອນກຸມພາ 2018 ກຸ່ມດັ່ງກ່າວໄດ້ສຳພາດ 18 ຄອບຄົວແລະຊາວບ້ານກຸ່ມ 8 ຜູ້ທີ່ຖືກໂຍກຍ້າຍມາຕັ້ງຖິ່ນຖານ ຢູ່ທົ່ງພຽງນາກາຍ ແລະນຶ່ງຄອບຄົວ ຜູ້ທີ່ອາສັຍຢູ່ໃຕ້ ແມ່ນ້ຳເຊບັ້ງໄຟ ກຸ່ມຊາວບ້ານໄດ້ບອກເຖິງບັນຫາ ທີ່ຂະເຈົ້າພົບເຫັນ ແລະ ປະສົບໃນໂຄງການ ດັ່ງກ່າວຫລາຍຢ່າງ ໃນນັ້ນຮ່ວມດ້ວຍບັນຫາທີ່ດິນ ໃນການປູກຝັງ, ໂຄງການກະເສດປູກພືດຂາຍ ເພື່ອລ້ຽງຄອບຄົວ,ການລ້ຽງສັດ, ລ້ຽງປາຕຶກປາ ໃນອ່າງເຂື່ອນນ້ຳເທີນສອງ ແລະການທ່ອງທ່ຽວ ເພື່ອສ້າງຣາຍໄດ້ໃຫ້ແກ່ຊຸມຊົນ ທຸກຢ່າງຍັງບໍ່ຫມັ້ນຄົງ ເພື່ອລ້ຽງຄອບຄົວ ຂອງພວກຂະເຈົ້າໄດ້ ໃນຣະຍະຍາວ.

ການຈັບປາຫລືຕຶກປາກໍຫລຸດລົງ, ຜລິຕພັນທາງດ້ານການກະເສດ ກໍບໍ່ເກີດຫມາກຜົລ ຕາມຄາດຫມາຍ ຍ້ອນດິນບໍ່ດີ ດິນເປັນຫີນແຮ່ ຂາດຄຸນນະພາບໃນການກະເສດ, ການປູກເຂົ້າບໍ່ໄດ້ຜົລ ເຮັດໃຫ້ຊາວບ້ານຕ້ອງໄດ້ຊື້ເຂົ້າມາລ້ຽງຄອບຄົວຢູ່ ເຣື້ອງຄວາມສະດວກສະບາຍ ນັ້ນກໍມີຢູ່ ແຕ່ການຫາລ້ຽງຄອບຄົວນັ້ນ ຍັງຫຍຸ້ງຍາກຢູ່. ດັ່ງຊາວບ້ານທ່ານນຶ່ງເວົ້າວ່າ:

“ຖ້າເວົ້າເຣື້ອງສະດວກສະບາຍ ກໍສະດວກສະບາຍ ຖ້າເວົ້າວຽກງານໂຄງຮ່າງ ຖ້າເຣື້ອງຄ່າຄອງຊິບ ກໍຍັງຍາກຫັ້ນແຫລະອ້າຍເອີ່ຍ ຫາປາ ກໍມີຄວາມຫຍຸ້ງຍາກເນາະ ປົກກະຕິແລ້ວແຕ່ກ່ອນ ມັນ 10 ພັນ ດຽວນີ້ແຮ່ງປາຫລາຍ ຫາປາໄດ້ຫລາຍ ເຂົາເຈົ້າຊື້ແຕ່ 5 ພັນ 6 ພັນ ເອງໃດ໊.”

ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ທ່ານນັ້ນເວົ້າຕື່ມວ່າ ສະພາບການເປັນຢູ່ໃນບ້ານຈັດສັນ ໃນປັດຈຸບັນນີ້ ຍັງບໍ່ມີຄວາມຫມັ້ນຄົງ ໂດຍສະເພາະການຫາລ້ຽງຄອບຄົວ ໃນຣະຍະຍາວ ນອກຈາກການຄອງຊີບ ໃນແຕ່ລະມື້ຂາດເຂີນແລ້ວ ຍັງມີບັນຫາທີ່ດິນ ບໍ່ພຽງພໍ ໃນການປູກຝັງນຳອີກ ຊາວບ້ານໃນຈຳນວນ 1300 ກວ່າຄອບຄົວ ໃນບ້ານຈັດສັນແຫ່ງນີ້ ຍັງບໍ່ມີໃບຕາດິນ ທີ່ເປັນຂອງຕົນເອງ ແລະດິນກໍບໍ່ພຽງພໍ ໃນການປູກຝັງ ຕ້ອງການການຊ່ອຍເຫລືອ ຈາກຫນ່ວຍງານກ່ຽວຂ້ອງ ໃນບັນຫາດັ່ງກ່າວ:

“ເອີ ໃບຕາດິນນີ້ ເພິ່ນໄດ້ອອກໃບຮັບ ເປັນໜັງສືຊົ່ວຄາວ ນະທ່ານເອີ່ຍ ໄທເຮົາກໍໄດ້ແຕ່ ແບບສໍາເນົາ ດຽວນີ້ຫັ້ນ ປະຊາຊົນ ເຂົາເຈົ້າກໍ ຢາກໄດ້ແນວນັ້ນແຫລະ ດຽວນີ້ເນາະ ຢາກຄອງຄ່າ ເພາະວ່າຢາກໄປຂວດໄປຈໍາຫຍັງ ແລ້ວກໍໃບສໍາເນົາແລ້ວ ເພິ່ນບໍ່ເອົາເນາະ ເພາະ ປະຊາຊົນ ກໍມີຄວາມຈໍາເປັນ ຫຍຸ້ງຍາກຫລາຍແຫລະ ໄປຈໍາໃຜແລ້ວ ມັນກໍ່ບໍ່ໄດ້ ໃບແນ່ນອນ ແລ້ວເຂົາເຈົ້າ ກໍບໍ່ໃຫ້ເງິນໃຫ້ທອງຫຼືຂາຍ.”

ທະນາຄານໂລກ ໄດ້ດຳເນີນໂຄງການດັ່ງກ່າວມາເປັນເວລາສິບປາຍປີແລ້ວ ຈື່ງໄດ້ໂອນຄວາມຮັບຜິດຊອບໃຫ້ແກ່ ຣັຖບານລາວ ແລະ ໂຄງການນ້ຳເທີນສອງ ບໍຣິຫານຈັດການເຣື້ອງນີ້ເອງ. ກ່ຽວກັບບັນຫາດັ່ກ່າວ ຜູ້ຈັດການອົງການສິ້ງຊອມ ແມ່ນ້ຳຂອງ ຫລື MEKONG WATCH ກ່າວຕໍ່ເອເຊັຽເສຣີ ທາງໂທຣະສັບ ໃນມື້ວັນທີ 21 ມິຖຸນາ ວ່າ:

”ບັນຫາຫລັກ ຖ້າທະນາຄານໂລກຖອນຕົວມັນຈະສົ່ງຜົລກະທົບໂດຍກົງ ຕໍ່ປະຊາຊົນ ຜູ້ທີ່ອາສັຍຢູ່ບ້ານຈັດສັນແລະຊຸມຊົນໃຕ້ນ້ຳ”.

ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ໂຄງການນ້ຳເທີນສອງ ແຕ່ເຈົ້າຫນ້າທີ່ບໍ່ສາມາດ ໃຫ້ຄວາມເຫັນໄດ້ໃນບັນຫາດັ່ງກ່າວ. ເຈົ້າຫນ້າທີ່ອົງການ ສິ້ງຊອມ ແມ່ນ້ຳຂອງ ເວົ້າຕື່ມວ່າ:

“ປະຊາຊົນກຸ່ມດັ່ງກ່າວໄດ້ຮັບຜົລກະທົບຢ່າງຫນັກ ຕ້ອງການສືບຕໍ່ການຊອ່ຍເຫລືອເພື່ອຟືນຟູຊິວິດການເປັນຢູ່ຂອງພວກຂະເຈົ້າ ໃຫ້ດີຂື້ນ ຫລັງຈາກຖືກໂຍກຍ້າຍ”.

ແຕ່ເຖິງຢ່າງໃດກໍຕາມ ໂຄງການເຂື່ອນນ້ຳເທີນສອງ ເປັນໂຄງການຕົ້ນແບບມາແຕ່ຕົ້ນ ທີ່ຣັຖບານລາວ ຈະໃຊ້ໃນການສ້າງເຂື່ອນໃນລາວ ໃນອະນາຄົດ ວ່າເປັນໂຄງການທີ່ມີປະສິດທິພາບສີຂຽວ ເປັນມິດຕໍ່ສີ່ງແວດລ້ອມ ແລະຊຸມຊົນດ້ວຍການໃຊ້ ເທັກໂນໂລຈີທີ່ທັນສມັຍ ໃນການສ້າງເຂື່ອນໃນລາວ ຈື່ງມີການບຳບັດສິ່ງແວດລ້ອມ ແລະຊີວິດການເປັນຢູ່ ຂອງຊຸມຊົນ ຈາກທະນາຄານໂລກ. ແຕ່ໃນສະພາບ ຄວາມຈິງເປັນແນວໃດນັ້ນ ໃຫ້ທ່ານຜູ້ຟັງ ພິຈາຣະນາເອົາເອງ.

https://www.rfa.org/lao/daily/economy/laos-namtheun2-relocated-people-still-need-help-after-world-bank-withdraw-06222018074453.html

ອອກຄຳເຫັນຜ່ານເຟຊບຸກ