ພັກຝ່າຍຄ້ານ ເວົ້າວ່າ ປະຊາທິປະໄຕ ໃນກໍາປູເຈຍ ຖືກປ່ຽນແທນ ໂດຍ “ການຜະເດັດການ ຢ່າງສົມບູນແບບ”

ໃນວັນຈັນມື້ນີ້ ພັກຝ່າຍຄ້ານຂອງກໍາປູເຈຍ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນປະຕິ ເສດ ຜົນຂອງການເລືອກຕັ້ງ ທີ່ມີຂຶ້ນໃນວັນອາທິດວານນີ້ ທີ່ສິ້ນສຸດລົງດ້ວຍການ ໄດ້ຮັບໄຊຊະນະຂອງພັກທີ່ປົກຄອງປະເທດຢູ່ ແລະເປັນພັກຂອງທ່ານນາຍົກລັດ ຖະມົນຕີຮຸນເຊນ ທີ່ດໍາລົງແໜ່ງມາເປັນເວລາດົນນານແລ້ວນັ້ນ. ທ່ານນາງ ມູ ໂຊຈົວ, ຜູ້ນໍາພັກຝ່າຍຄ້ານຊຶ່ງເປັນຮອງປະທານພັກກູ້ຊາດກໍາປູເຈຍ ຫລື CNRP ກ່າວວ່າ “ວັນທີ 29

Read more

ມາພົບກັບ ນາງ ອຸ່ນມານີ

ມາພົບກັບ ນາງ ອຸ່ນມານີ, ຜູ້ທີ່ປະສົບຜົນສຳເລັດໃນການເປີດຮ້ານຂາຍເຄື່ອງອອນລາຍ. ນາງແມ່ນໜຶ່ງໃນບັນດາຜູ້ປະກອບການຫຼາຍທ່ານຈາກແຂວງຊຽງຂວາງ ທີ່ໄດ້ຮັບຄວາມຮູ້ຈາກການຝຶກອົບຮົມກ່ຽວກັບການຕະຫຼາດທາງດ້ານສື່ສັງຄົມ ແລະ ການທະນາຄານອອນລາຍ ເຊິ່ງໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜຸນໂດຍອົງການ #USAIDLaos ຜ່ານໂຄງການ LUNA II project. ນາງ ອຸ່ນມະນີ ໄດ້ຮຽນຮູ້ວິທີການຂາຍແພໄໝໂດຍການນຳໃຊ້ສື່ອ່ອນລາຍເຂົ້າຊ່ວຍເຊັ່ນ ເຟສບຸກ. “ການຝຶກອົບຮົມດັ່ງກ່າວແມ່ນມີຂໍ້ມູນທີ່ຄົບຖ້ວນຫຼາຍ. ຂ້າພະເຈົ້າໄດ້ຮຽນຮູ້ວິທີການໃນການຂາຍເຄື່ອງ

Read more

ອົງການລາວເສຣີ ຮ່ວມ ປະຊຸມ ທາງການ ສະຫະຣັດ

ກະຊວງການຕ່າງປະເທສ ສະຫະຣັຖອາເມຣິກາ ຈັດກອງປະຊຸມຣະດັບກະຊວງກ່ຽວກັບຄວາມກ້າວໜ້າທາງສາສນາ ຢູ່ທີ່ກຸງ ວໍຊິງຕັນ ດີຊີ ໃນມື້ວັນທີ 25 ແລະ 26 ກໍຣະກະດາ 2018 ໂດຍມີຄນະຜູ້ແທນອົງການລາວເສຣີ Free Laos Campaign ທີ່ສະຫະຣັຖອາເມຣິກາ ເຂົ້າຮ່ວມ. ໃນກອງປະຊຸມ ທີ່ທ່ານ

Read more

ລໍາດັບເຫດການພາຍຫຼັງ ນໍ້າຖ້ວມ

ເຫດການນໍ້າຖ້ວມ ເມືອງສະຫນາມໄຊ ແຂວງອັດຕະປື ເຣີ້ມຂຶ້ນແຕ່ກາງຄືນ ຂອງວັນ 23 ກໍຣະກະດາ 2018 ເວລາປະມານ 10 ໂມງ ກາງຄືນ ຊຶ່ງມີຝົນຕົກຢ່າງໜັກ ເວົ້າລວມແມ່ນຢູ່ໃນຂົງເຂດພາກໃຕ້ ຈົນເຮັດໃຫ້ລໍານໍ້າຕ່າງໆເພີ່ມຂື້ນ ໃນຣະດັບສູງ ໄຫຼສູ່ອ່າງເກັບນໍ້າ ສຳຮອງ ຢູ່ໜ້າເຂື່ອນ ໄຟຟ້າເຊປຽນ-ເຊນໍ້ານ້ອຍ

Read more

ຊາວເມືອງສນາມໄຊ ຊອກທາວ ຫາກັນ

ໃນຂະນະນີ້ ທຸກມື້ທຸກເວລາ ປະຊາຊົນລາວຫລາຍຮ້ອຍຄົນ ທີ່ຖືກຊົດຊ່ວຍຈາກໄພພິບັດ ເຂື່ອນແຕກ ມາຢູ່ເທດສະບານເມືອງສນາມໄຊ ແຂວງອັດຕະປື ພາກັນໄປໂຮມກັນ ຢູ່ໃກ້ໆທ່າເຮືອແລະເດີ່ນບ່ອນເຮລີກອບເຕີລົງ ເພື່ອລໍຖ້າ ແລະຊອກຫາ ພໍ່ແມ່ຍາດຕິພີ່ນ້ອງ ລູກຫລານ ທີ່ຫາຍສາບສູນ ຍ້ອນເຂື່ອນແຕກ ແລະທີ່ຈະຖືກສົ່ງມາ. ແມ່ປ້າຜູ້ນຶ່ງຮ້ອງໃຫ້ແລະເວົ້າກັບຜູ້ຖ່າຍວີດີໂອອອກສື່ສັງຄົມອອນລາຍຄົນນຶ່ງວ່າ “ບໍ່ເຫັນລູກຊາຍຂອງແມ່ເດ່ລູກ ນີ້ເດ່ລູກສອງຄົນ ນີ່ເດ່ເຫັນລູກນີ່

Read more

ແຈ້ງການເຂື່ອນຈະແຕກ ນໍ້າ ຈະຖ້ວມ “ແບບຈັບຈູດ”

ໃນວັນທີ 27 ກໍຣະກະດາ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງອັດຕະປື ອອກມາຖແລງຂ່າວ ຕໍ່ສື່ມວນຊົນ ເຣື້ອງການແຈ້ງເຕືອນ ຈາກໜ່ວຍງານ ຮັບຜິດຊອບ ກໍ່ສ້າງເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແມ່ນໃຊ້ເວລາ ພຽງແຕ່ 2-3 ຊົ່ວໂມງ ເທົ່ານັ້ນ.

Read more

ລາຍງານ ປະຈຳປີ ກະຊວງ ຕ່າງປະເທດ ສຫລ ວ່າດ້ວຍ ການຄ້າມະນຸດ ຢູ່ ສປປ ລາວ ພາກ 3

ເມື່ອວັນທີ 28 ທິຖຸນາຜ່ານມານີ້ ກະຊວງການຕ່າງປະເທດສະຫະລັດ ໄດ້ອອກລາຍ ງານປະຈຳປີ 2018 ວ່າດ້ວຍການຄ້າມະນຸດ ຢູ່ທົ່ວໂລກ ກິ່ງສະຫວັນ ຈະນຳເອົາພາກ ສ່ວນທີ່ກ່ຽວຂ້ອງກັບ ສປປ ລາວ ຕອນທີ 3 ຊຶ່ງເປັນຕອນສຸດທ້າຍ ມາສະເໜີທ່ານໃນ ອັນດັບຕໍ່ໄປ. ລາຍງານປະຈຳປີ

Read more

ເພື່ອນໆຮູ້ ຫລື ບໍ່ ວ່າຕອນນີ້ທາງສູນຂອງພວກເຮົາມີຄອດສສອນຟຣີໃຫ້ກັບເພື່ອນໆ?

ສະບາຍດີ! ເພື່ອນໆຮູ້ ຫລື ບໍ່ ວ່າຕອນນີ້ທາງສູນຂອງພວກເຮົາມີຄອດສສອນຟຣີໃຫ້ກັບເພື່ອນໆ? ມາທີ່ສູນອາເມລິກາຂອງພວກເຮົາເລີຍເພື່ອສອບຖາມລາຍລະອຽດກ່ຽວກັບ ສອງຄອດສພິເສດທີ່ພວກເຮົາຈະສອນໃນເດືອນ​ສິງຫານີ້ ເຊິ່ງປະກອບມີຄອດສ Writing for Organization and Social Entrepreneurships. ຢ່າລືມ! ສູນອາເມລິກາ ທີ່ທາດດຳຈະ​ເປີດ​ໃຫ້​ລົງ​ທະ​ບຽນ ວັນ​ສຸກ ​ທີ່27 ກໍລະກົດ

Read more

ການກູ້ພັຍພົບບັນຫາ ຫຼາຍຢ່າງ

ການກູ້ພັຍຊອກຫາ ປະຊາຊາຊົນ ຜູ້ທີ່ຫາຍສາບສູນ 130 ປາຍຄົນ ໃນ 8 ບ້ານ ທີ່ອາສັຍຢູ່ແຄມນໍ້າເຊປຽນ-ເຊນໍ້ານ້ອຍ ຢູ່ ເມືອງສນາມໄຊ ແຂວງອັດຕະປື ທີ່ຖືກນໍ້າຖ້ວມ ຢ່າງໜັກຍ້ອນ ສັນເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ຍັງຫຍຸ້ງຍາກຫຼາຍ. ໃນວັນທີ 25

Read more

ສູນບັນເທົາທຸກຊົ່ວຄາວ ຂອງຜູ້ ປະສົພພັຍ

 ໃນວັນທີ 25 ກໍຣະກະດາ ປະມານ 17:00 ໂມງແລງ ຕາມເວລາທ້ອງຖິ່ນໃນລາວ, ເຈົ້າໜ້າທີ່ຄນະຮັບຜິດຊອບ ຊ່ອຍເຫຼືອຜູ້ປະສົພພັຍ ນ້ຳຖ້ວມ ທີ່ເຂດເມືອງສນາມໄຊ, ແຂວງອັດຕະປື ໄດ້ຊ່ອຍເຫຼືອປະຊາຊົນ ປະມານ 800 ປາຍຄົນ ໃນ 172 ຄອບຄົວ ໃຫ້ມາອາສັຍ

Read more

ມ.ສນາມໄຊ ຜູ້ເສັຽຊີວິດ ມີເຖິງ 30

ທາງການລາວຣາຍງານ ໃນຕອນບ່າຍຂອງມື້ນີ້ວ່າ (ເວລາທ້ອງຖິ່ນ) ຢ່າງນ້ອຍ ໄດ້ພົບເຫັນຜູ້ເສັຽຊີວິດ ຍ້ອນສັນເຂື່ອນແຕກ ເພີ້ມຂຶ້ນເປັນ 30 ຄົນ ຈາກຈຳນວນ ຜູ້ເສັຽຊີວິດໃນມື້ວານນີ້ 26 ຄົນ ໃນຂນະດຽວກັນ ຜູ້ທີ່ຍັງຫາຍສາບສູນ ກໍນັ້ນຍັງຢູ່ປະມານ 131 ຄົນ ຊຶ່ງໃນເວລານີ້ ຫນ່ວຍກູ້ພັຍກຳລັງຊອກຫາຢູ່.

Read more