ລາຍງານ ປະຈຳປີ ຂອງ ກະຊວງ ຕ່າງປະເທດ ສຫລ ວ່າດ້ວຍ ການຄ້າມະນຸດ ຢູ່ລາວ ພາກ 2

ເມື່ອວັນ​ທີ 28 ​ມີ​ຖຸນາ​ຜ່ານ​ມານີ້ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ອອກ​ລາຍ​ງານ
ປະ​ຈໍາປີ 2018 ວ່າ​ດ້ວຍ​ການ​ຄ້າ​ມະນຸດ ຢູ່​ໃນ​ທົ່ວ​ໂລກ​ ຊຶ່ງກິ່ງສະຫວັນ ຈະນຳເອົາພາກ​ສ່ວນທີ່ກ່ຽວ​ກັບ ສປປ ລາວ ຕອນທີ 2 ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.
ລາຍ​ງານ​ປະຈຳປີ 2018 ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ໄດ້​ຈັດ ສປປ ລາວ
​ເຂົ້າໄວ້​ໃນ​ກຸ່ມທີ 3 ຫລື Tiers 3 ຂອງ​ຈໍານວນທັງ​ໝົດ 3 ກຸ່ມ​ ຊຶ່ງ​ໝາຍເຖິງສະພາບ
ການ ທີ່ຮ້າຍແຮງຂຶ້ນອີກຂັ້ນນຶ່ງ ເມື່ອທຽບໃສ່ປີທີ່ຜ່ານມາທີ່ລາວຖືກຈັດໃນກຸ່ມ​ທີ 2 ທີ່​
ຍັງຢູ່ໃນບັນຊີຈະ​ຕ້ອງ​ຖືກຕິດຕາມ​ສິ້ງ​ຊອມ​ເບິ່ງ​ຢູ່.

ໃນ​ພາກສ່ວນ ​ທີ່​ເວົ້າ​ເຖິງ​ການ​ໃຫ້ຄວາມປົກປ້ອງ​ຄຸ້ມ​ຄອງ​ນັ້ນ ລາຍ​ງານ​ຂອງ​ກະຊວງ
ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ລັດຖະບານລາວຍັງບໍ່ໄດ້ດຳເນີນຄວາມພະຍາ
ຍາມຢ່າງພຽງພໍ ໃນການໃຫ້ການປົກປ້ອງ ແກ່ພວກໄດ້ຮັບເຄາະຮ້າຍຈາກການຄ້າ
ມະນຸດ.ໃນການຜັກດັນໃຫ້ມີໃຫ້ມີການຮັບຮອງເອົາໂຄງການລິເລີ້ມການປະສານ
ງານໃນລະດັບລັດຖະມົນຕີຂອງປະເທດໃນເຂດແມ່ນໍ້າຂອງ ເພື່ອຕ້ານກັບການຄ້າ
ມະນຸດໃນປີ 2016 ນັ້ນ ລັດຖະບານລາວ ໄດ້ລາຍງານວ່າ ຕົນໄດ້ເຮັດ ແລະເຜີຍແຜ່
ປື້ມຄູ່ມືໃນການລະບຸໂຕຜູ້ໄດ້ເຄາະຮ້າຍໃຫ້ແກ່ເຈົ້າໜ້າທີ່ ຢູ່ໃນພະແນກຕໍ່ຕ້ານການ
ຄ້າມະນຸດ ຫລື ATD ຢູ່ທົ່ວປະເທດ. ແຕ່ວ່າ ລັດຖະບານກໍບໍ່ໄດ້ກໍບໍ່ໄດ້ເອົາມາດຕະ
ການຢ່າງພຽງພໍໃນການລະບຸໂຕພວກທີ່ຕົກເປັນເຫຍື່ອການຄ້າມະນຸດຈາກພາຍໃນ
ແລະຈາກຕ່າງປະເທດ. ໃນຈໍານວນ 4,340 ຄົນທີ່ຖືກຢືນຢັນວ່າຖືກສົ່ງກັບຄືນມາ ຫລື
ຖືກໄລ່ກັບຈາກໄທໃນປີ 2017 ນັ້ນ ເຈົ້າໜ້າທີ່ກວດຄົນເຂົ້າເມືອງລາຍງານວ່າ ໄດ້ສົ່ງ
ພຽງແຕ່ 167 ຄົນ ເທົ່ານັ້ນໄປຮັບການຊ່ວຍເຫລືອຈາກອົງການບໍ່ຂຶ້ນກັບລັດຖະບານ.
ແຕ່ວ່າພວກເຈົ້າໜ້າທີ່ກໍບໍ່ໄດ້ບອກຢ່າງຈະແຈ້ງວ່າ ມີຈຳນວນຈັກຄົນຕົກເປັນເຫຍື່ອ
ການຄ້າມະນຸດ ແລະກໍບໍ່ໄດ້ທຳການກວດສອບຢ່າງເປັນລະບົບເພື່ອຊອກຫາສິ່ງທີ່ສໍ້
ສະແດງໃຫ້ເຫັນວ່າ ມີຜູ້ຖືກຕົກເປັນເຫຍື່ອການຄ້າມະນຸດໃນຈໍານວນຄົນຢູ່ໃນກຸ່ມດັ່ງ
ກ່າວນີ້.ຕົວເລກເຫລົ່ານີ້ໄດ້ສະແດງໃຫ້ເຫັນວ່າມີຫລຸດລົງຢ່າງຫລວງຫລາຍຈາກຈຳ
ນວນກໍລະນີທີ່ມີຄົນຖືກໄລ່ກັບຈາກໄທໃນລະດັບສະເລ່ຍ10,000ຄົນຕໍ່ປີ ໃນຊຸມປີ
ມໍ່ໆມານີ້ ເຖິງແມ່ນວ່າ ມີຈໍານວນກໍາມະກອນລາວ ທີ່ເຂົ້າໄປເຮັດວຽກຢູ່ໄທ ກັບຄືນ
ປະເທດເພີ້ມຂຶ້ນຢ່າງຫລວງຫລາຍຍ້ອນນະ ໂຍບາຍດ້ານຄົນເຂົ້າເມືອງໃໝ່ ກໍຕາມ.
ພວກນັກສັງເກດການເຊື່ອວ່າ ສະພາບການນີ້ໄດ້ຜັກດັນໃຫ້ກໍາມະກອນ ທີ່ໄປເຮັດ
ວຽກຢູ່ຕ່າງປະເທດຈໍານວນຫລວງລາຍຊຶ່ງບາງຄົນໃນນັ້ນອາດເປັນພວກຕົກເປັນ
ເຫຍື່ອການຄ້າມະນຸດກັບຄືນປະເທດໂດຍຜ່ານການຂ້າມຊາຍແດນແບບບໍ່ເປັນທາງ
ການ ຢູ່ໃນເຂດຫ່າງໄກສອກຫລີກ ຫລືໃນເຂດທີ່ເປັນພູຜາ. ບັນດາເຈົ້າໜ້າທີ່ຍັງບໍ່
ໄດ້ຕອບສະໜອງຢ່າງພຽງພໍຕໍ່ທ່າອ່ຽງໃໝ່ດັ່ງກ່າວນີ້ໂດຍການກວດກາເພື່ອຊອກຫາ
ຈຸດທີ່ບົ່ງບອກວ່າ ມີພວກທີ່ຕົກເປັນເຫຍື່ອການຄ້າມະນຸດ ຢູ່ໃນກຸ່ມດັ່ງກ່າວເຫລົ່ານີ້.

ຍ້ອນຂາດຄາມເຂົ້າໃຈ ກ່ຽວກັບເລື້ອງນີ້ ເຈົ້າໜ້າທີ່ແຖວໜ້າມັກຈະບໍ່ສາມາດຈໍາແນກ
ໄດ້ລະຫວ່າງການຄ້າມະນຸດແລະການລັກລອບເຂົ້າມາຊຶ່ງອາດຈະເປັນຜົນເຮັດໃຫ້
ມີການລົງໂທດພວກໄດ້ຮັບເຄາະຮ້າຍ. ພວກເຈົ້າໜ້າທີ່ ໄດ້ລາຍງານຢ່າງເປັນທາງ
ການວ່າ ທັງໝົດມີ 86 ຄົນ ທີ່ຖືກລະບຸໂຕວ່າເປັນພວກຕົກເປັນເຫຍື່ອການຄ້າມະນຸດ
(ໃນປີ 2016 ແມ່ນ 184 ຄົນ) ໃນນັ້ນມີຄົນລາວ22 ຄົນ ທີ່ເປັນພວກ ຕົກເປັນເຫຍື່ອ
ການຄ້າມະນຸດໃນລະດັບສາກົນ (ໃນປີ 2016ແມ່ນ 85 ຄົນ) ແລະມີຄົນລາວ 64 ຄົນ
ທີ່ເປັນພວກຕົກເປັນເຫຍື່ອ ການຄ້າມະນຸດນັ້ນ ຈະຖືກນໍາໄປຂາຍ ຢູ່ຕ່າງປະເທດ.
(ໃນປີ 2016 ແມ່ນ 99 ຄົນ ແລະ ໃນປີ2015 ແມ່ນ 143 ຄົນ). ມີລາຍງານວ່າ ພວກ
ເຈົ້າໜ້າທີ່ໄດ້ທຳການກວດສອບຫາສິ່ງທີ່ຊີ້ບອກວ່າເປັນການຄ້າມະນຸດຢູ່ໃນກຸ່ມຜູ້ຍິງ
50 ຄົນທີ່ໄດ້ຖືກຈັບກຸມ ໃນຂະນະທີ່ມີການບຸກເຂົ້າກວດຄົ້ນເພື່ອຕ້ານການຄ້າປະເວ
ນີ ແລະທໍາການຄຸມຂັງພວກເຂົາເຈົ້າໃນເດືອນມິຖຸນາ ແລະເດືອນກໍລະກົດ 2017,
ແຕ່ກໍບໍ່ໄດ້ມີລະບຸໂຕວ່າ ມີພວກຕົກເປັນເຫຍື່ອການຄ້າມະນຸດ ແຕ່ຢ່າງໃດ. ພະແນກ
ຕ້ານການຄ້າມະນຸດ “ໄດ້ໃຫ້ການອົບຮົມສຶກສາ” ພວກເຂົາເຈົ້າກ່ຽວກັບການກະທໍາ
ທີ່ຜິດກົດໝາຍ ຂອງພວກເຂົາເຈົ້າແລະກໍໄດ້ອອກໃບເຕືອນໃຫ້ເຈົ້າຂອງ ສະຖານທີ່
ທີ່ຖືກກວດຄົ້ນນັ້ນ. ພວກນັກສັງເກດການ ມີຄວາມເປັນຫ່ວງວ່າ ພວກຜູ້ຍິງເຫລົ່ານີ້
ອາດຕົກເປັນເຫຍື່ອການຄ້າມະນຸດ ເຖິງແມ່ນວ່າຈະບໍ່ມີການລະບຸໂຕຢ່າງເປັນທາງ
ການກໍຕາມ.ບໍ່ເໝືອນກັນກັບຊຸມປີກ່ອນໆຜ່ານມານັ້ນ ລັດຖະບານບໍ່ໄດ້ແຍກຂໍ້ມູນ
ກ່ຽວກັບການລະບຸໂຕຜູ້ໄດ້ຮັບເຄາະຮ້າຍ ໂດຍຈັດປະເພດ, ອາຍຸ, ຫລືເພດຂອງ
ພວກເຂົາເຈົ້າ. ບັນດາອົງການຈັດຕັ້ງສາກົນໄດ້ລະບຸໃຫ້ເຫັນວ່າ ມີຈໍານວນຄົນທີ່ຕົກ
ເປັນເຫຍື່ອ ການຄ້າມະນຸດຢູ່ຕ່າງປະເທດສູງກວ່າຈໍານວນທີ່ລັດຖະບານລາຍງານ.

ພວກເຄາະຮ້າຍສ່ວນໃຫຍ່ທີ່ໄດ້ຖືກກົດຂີ່ຂູດຮີດຢູ່ຕ່າງປະເທດ ແມ່ນຖືກລະບຸໂຕໂດຍ
ພວກເຈົ້າໜ້າທີ່ຢູ່ໃນບັນດາປະເທດເພື່ອນບ້ານ. ເຖິງແມ່ນວ່າຈະມີການກ່າວຫາວ່າ ມີ
ການບັງຄັບໃຊ້ແຮງງານຕ່າງດ້າວ ຢູ່ໃນການປະຕິບັດງານ ຂອງໂຄງການກໍ່ສ້າງໂຄງ
ລ່າງພື້ນຖານ, ການຂຸດຄົ້ນບໍ່ແຮ່ແລະກະສິກໍາຂະໜາດໃຫຍ່ຢູ່ໃນລາວກໍຕາມ ແລະເຖິງ
ແມ່ນວ່າຈະມີຄົນຕ່າງປະເທດທີ່ຕົກເປັນເຫຍື່ອການຄ້ສປະເວນີຢູ່ທົ່ວໄປທີ່ມັກກ່ຽວຂ້ອງ
ກັບອຸດສາຫະກໍາເຫລົ່ານີ້ກໍຕາມລັດຖະບານບໍ່ໄດ້ລະບຸໂຕຄົນຕ່າງປະເທດທີ່ຕົກເປັນ
ເຫຍື່ອການຄ້າມະນຸດ ແຕ່ຢ່າງໃດເລີຍ ຢູ່ໃນໄລຍະທີ່ມີການລາຍງານຢູ່ນີ້. ສັນຍາສອງ
ຝ່າຍດ້ານຄວາມໝັ້ນຄົງລະຫວ່າງ ລາວ ກັບ ຈີນ ແລະລາວກັບຫວຽດນາມ ປາກົດວ່າ
ໄດ້ຮຽກຮ້ອງໃຫ້ ລາວສົ່ງຄົນສັນຊາດຂອງປະເທດດັ່ງກ່າວຄືນໃຫ້ເຂົາເຈົ້າໂດຍບໍ່ຜ່ານ

ຂັ້ນຕອນກົດໝາຍທີ່ກ່ຽວຂ້ອງ ຊຶ່ງລວມມີການການກວດສອບຜູ້ໄດ້ຮັບເຄາະຮ້າຍ ແລະ
ຂັ້ນຕອນການນໍາສົ່ງ ໄປຮັບການຊ່ວຍເຫລືອດັ່ງທີ່ໄດ້ລະບຸໄວ້ ຢູ່ໃນແຜນການປະຕິບັດ
ງານແຫ່ງຊາດ.

ໃນຊ່ວງຂອງການລາຍງານນີ້ພວກເຈົ້າໜ້າທີ່ລາຍງານວ່າ ເຂົາເຈົ້າກໍາລັງເຮັດລະບຽບ
ຊີ້ນຳ ໃນການໃຫ້ການປົກປ້ອງ ແກ່ພວກໄດ້ຮັບເຄາະຮ້າຍ, ແຕ່ຂໍ້ກໍານົດໃນລະບຽບຊີ້
ນໍາຫຼົ່ານີ້ ບໍ່ຈະແຈ້ງ ແລະບໍ່ໄດ້ບອກເຖິງຂອບເຂດທີ່ເຈົ້າໜ້າທີ່ຕ້ອງໄດ້ມີການປຶກສາ
ຫາລື ແລະຈັດຕັ້ງປະຕິບັດຢູ່ລະບົບດັ່ງກ່າວ ຢູ່ໃນການດໍາເນີນຄວາມພະຍາຍາມຕ້ານ
ການຄ້າມະນຸດ. ພວກໄດ້ຮັບເຄາະຮ້າຍມີສິດທີ່ຈະໄດ້ຮັບການອໍານວຍຄວາມສະດວກ
ຊົ່ວຄາວ, ໄດ້ຮັບການປຶກສາທາງກົດໝາຍ, ການດູແລທາງ ສຸຂະພາບ, ຊຶ່ງເກືອບທັງ
ໝົດ ຂອງການບໍລິການເຫລົ່ານີ້ ແມ່ນສະໜອງໃຫ້ໂດຍ ແລະໄດ້ຮັບທຶນ ຈາກອົງການບໍ່
ຂຶ້ນກັບລັດຖະບານ ແລະອົງການສາກົນຕ່າງໆໂດຍທີ່ລັດຖະບານມີສ່ວນກ່ຽວຂ້ອງນໍາ
ໜ້ອຍທີ່ສຸດ. ມີລາຍງານວ່າໃນປີ 2017 ກອງເລຂາ ແລະພວກເຈົ້າໜ້າທີ່ທ້ອງຖິ່ນຕ່າງໆ ມີການພົວພັນໃນການໃຫ້ການຊ່ວຍເຫລືອໂດຍກົງແກ່ພວກໄດ້ຮັບເຄາະຮ້າຍຢ່າງຈໍາ
ກັດ ຊຶ່ງຮວມທັງການເອົາ ງົວ ຄວາຍໃຫ້ 40 ຕົວ ຊຶ່ງຕົກເປັນມູນຄ່າ 160 ລ້ານກີບຫລື
ເທົ່າກັບ 19,340 ໂດລາໃຫ້ແກ່ພວກໄດ້ຮັບເຄາະຮ້າຍເພດຊາຍ 15 ຄົນ ແລະເພດຍິງ
17 ຄົນ ທີ່ໄດ້ກັບຄືນມາຢູ່ ໃນປະຊາຄົມຢູ່ບ້ານຂອງເຂົາເຈົ້າ. ແຕ່ວ່າ ພວກເຈົ້າໜ້າທີ່ບໍ່
ໄດ້ທຳການບັນທຶກ ຢ່າງຄົບຖ້ວນວ່າ ມີພວກໄດ້ຮັບເຄາະຮ້າຍຈັກຄົນທີ່ໄດ້ຮັບການ
ບໍ ລິການເຫລົ່ານີ້ ຢູ່ໃນໄລຍະຂອງການເຮັດບົດລາຍງານນີ້. ລັດຖະບານໄດ້ຮ່ວມມືກັບ
ອົງການຈັດຕັ້ງນາໆຊາດ ຫຼາຍໆອົງການເພື່ອບໍລິຫານງານສູນພັກເຊົາຊົ່ວຄາວທີ່ນະ
ຄອນວຽງຈັນ ບ່ອນທີ່ພວກເຄາະຮ້າຍທີ່ຖືກສົ່ງກັບຄືນຈາກໄທສາມາດພັກຢູ່ທີ່ນັ້ນໄດ້
ເປັນເວລານຶ່ງອາທິດ ກ່ອນກັບຄືນໄປຢູ່ກັບປະຊາຄົມໃນບ້ານເກີດຂອງພວກເຂົາເຈົ້າ ແລະສະຫະພັນແມ່ຍິງ ຊຶ່ງເປັນອົງການຈັດຕັ້ງເຄິ່ງລັດຖະບານ ເປັນຜູ້ບໍ ລິຫານງານ
ສູນພັກໄລຍະສັ້ນສຳລັບພວກເຄາະຮ້າຍທີ່ທາລຸນຂົ່ມເຫັງນັ້ນກໍໃຫ້ການ ບໍລິການແກ່
ພວກທີ່ຕົກເປັນເຫຍື່ອຂອງການຄ້າມະນຸດເຊ່ນກັນ. ສູນພັກໄລຍະສັ້ນນີ້ ໄດ້ຕິດຕໍ່ກັບ
ພວກຜູ້ຊາຍ, ແມ່ຍິງ ແລະເດັກນ້ອຍ 46 ຄົນທີ່ສະແດງອອກໃຫ້ເຫັນວ່າ ມີທ່າທາງຈະ
ຖືກນໍາໄປຂາຍ ໂດຍຜ່ານໂທລະສັບສາຍດ່ວນ; ແຕ່ວ່າກໍບໍ່ມີໃຜລາຍງານວ່າ ໃນຈໍາ
ນວນນັ້ນມີຈັກຄົນແທ້ທີ່ອາດສາມາດລະບຸໂຕໄດ້ວ່າແມ່ນພວກທີ່ຕົກເປັນເຫຍື່ອ ຂອງ
ການຄ້າມະນຸດ. ນອກຈາກນີ້ແລ້ວ ໂດຍຮ່ວມມືກັບອົງການສາກົນແຫ່ງນຶ່ງ ລັດຖະບານ
ຍັງໄດ້ສົ່ງ ພວກທີ່ອາດເປັນຜູ້ເຄາະຮ້າຍ ຈຳ ນວນ 50 ຄົນ ​ໄປ​ໃຫ້​ສູນ​ພັກຊົ່ວຄາວແຫ່ງ
ນີ້ ແລະສູນພັກຊົ່ວຄາວແຫ່ງອື່ນອີກທີ່ຄຸ້ມຄອງໂດຍອົງການບໍ່ຂຶ້ນກັບລັດຖະບານແຫ່ງ
ນຶ່ງໃນປີ 2017 ທີ່ຜ່ານມາ. ​ລັດ ຖະບານລາຍງານວ່າ ມີແຕ່ 22 ຄົນ ຊຶ່ງລວມທັງເດັກ
ນ້ອຍ 11 ຄົນ ເທົ່ານັ້ນ ໃນຈໍານວນຄົນເຫລົ່ານີ້ ທີ່ໃນທີ່ສຸດໄດ້ຮັບການຊ່ວຍເຫລືອຈາກ
ການບໍລິການຂອງສູນພັກຊົ່ວຄາວດັ່ງກ່າວ. ການຂາດການໃຫ້ຄວາມສະໜັບສະໜຸນ
ໄລຍະຍາວບໍ່ພຽງພໍເນື່ອງຈາກຊັບພະຍາກອນທີ່ມີຢູ່ຢ່າງຈຳກັດເຮັດໃຫ້ພວກໄດ້ຮັບ
ເຄາະຕົກຢູ່ໃນອັນຕະລາຍທີ່ອາດຈະຕົກເປັນເຫຍື່ອຂອງການຄ້າມະນຸດຄືນອີກ. ເຖິງ
ແມ່ນວ່າ ພວກເຈົ້າໜ້າທີ່ສືບຕໍ່ລະບຸໂຕພວກໄດ້ຮັບເຄາະຮ້າຍທີ່ເປັນຜູ້ຊາຍ ໃນຊ່ວງ
ຂອງການລາຍງານນີ້ຢູ່ ແລະເຖິງແມ່ນວ່າ ຄວາມສ່ຽງສະເພາະຂອງຄົນພວກນີ້ ທີ່ຈະ
ຕົກຢູ່ໃນສະພາບທີ່ຖືກຂາຍໄປໃຫ້ໃຊ້ແຮງງານຢູ່ຂະແໜງກະສິກໍາ, ການຂຸດຄົ້ນບໍ່ແຮ່, ການກໍ່ສ້າງ ແລະການປະມົງຢູ່ທະເລກໍຕາມ, ແຕ່ການບໍລິການສ່ວນໃຫຍ່ແມ່ນມີໄວ້ ແຕ່ສຳລັບພວກແມ່ຍິງເທົ່ານັ້ນ. ລັດຖະບານກາງ ບໍ່ໄດ້ລາຍງານໃຫ້ຮູ້ ກ່ຽວກັບກໍລະນີ ທີ່ພວກໄດ້ຮັບເຄາະຮ້າຍຈາກການຄ້າມະນຸດ ຊອກເອົາຫລື ເອົາການຮັບປະກັນ ໃນ
ການຊົດໃຊ້ຄ່າເສຍຫາຍຄືນແຕ່ຢ່າງໃດ. ອີງຕາມອົງການສາ ກົນແຫ່ງນຶ່ງ ແມ່ຍິງລາວ
ຜູ້ນຶ່ງກໍາລັງດໍາເນີນການຟ້ອງຮ້ອງ ເພື່ອໃຫ້ເອົາເງິນທີ່ຫັກໄວ້ນໍາເຈົ້ານາຍຢູ່ມາເລເຊຍ
ນັ້ນຄືນ ແຕ່ວ່າກໍບໍ່ມີໃຜຮູ້ຢ່າງຈະແຈ້ງວ່າ ລັດຖະບານໄດ້ໃຫ້ການຊ່ວຍເຫລືອແກ່ລາວ ໃນທາງໃດ ທາງນຶ່ງຫລືບໍ່.ກວດແຕ່ນີ້ໄປ:

ກ່ຽວກັບການປ້ອງກັນນັ້ນ ລາຍງານກະຊວງການຕ່າງປະເທດກ່າວວ່າ ລັດຖະ ບານຍັງ
ສືບຕໍ່ດໍານີນຄວາມ​ພະຍາຍາມໃນດ້ານນີ້ ຊຶ່ງ​ໄດ້ອະນຸມັດ​ຮັບເອົາສົນທິ ສັນຍາ​ອາ​ຊຽນ
ກ່ຽວ​ກັບ​ການ​ຄ້າ​ມະນຸດ ​ຢ່າງ​ເປັນ​ທາງການ​ໃນເດືອນ​ເມສາ ປີ 2017 ​ແລະ​ໄດ້​ສະເໜີວິ
ທີ​ກາ​ນຕ່າງໆ​ໃນການໃຫ້ສັດຕະຍາບັນແກ່ສົນທິສັນຍາດັ່ງກ່າວ ​ເດືອນ​ພຶດສະພາ​ຕໍ່​ມາ.
ພວກ​ເຈົ້າ​ໜ້າ​ທີ່​ໄດ້​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ໃໝ່​ກ່ຽວ​ກັບ​ການ​ຕ້ານ​ການ​ຄ້າ​ມະນຸດ​ກັບປະ
​ເທດ​ໄທ ​ແລະ​ໄດ້​ດັດ​ແກ້​ຂໍ້​ຕົກລົງກັບ​ຫວຽດນາມ ​ແລະ​ຈີນ ທີ່​ມີ​ຢູ່​ແລ້ວ​ນັ້ນ. ພາຍ​ໃຕ້
ການ​ສະໜັບສະໜູນຂອງປະເທດຈີນ ພວກ​ເຈົ້າ​ໜ້າ​ທີ່​ລາວ​ໄດ້​ພາກັນ​ເດີນທາງ​ໄປ​ປຶກ
ສາ​ຫາລື​ກ່ຽວ​ກັບມາດຕະ​ການໆ​ຮ່ວ​ມມືກັນ ​ເພື່ອ​ປ້ອງ​ກັນ​ການບັງຄັບໃຫ້ແຕ່ງງານ ​ແລະການຫລອກລວງໃຫ້ແຕ່ງງານ​ຊຶ່ງເປັນ​ແຮງຜັກດັນອັນສຳຄັນ​ໃນການ​ຂົ່ມເຫງ
ຂູດຮີດທາງເພດ ​ແລະ​ການ​ບັງຄັບ​ອອກ​ແຮງ​ງານ. ຕຳຫຼວດ​ຕ້ານ​ການ​ຄ້າ​ມະນຸດ ​ຍັງ​
ໄດ້ສຳພາດ​ບັນດາ​ຜູ້ໄດ້ຮັບ​ເຄາະ​ຮ້າຍ ​ໃນການດໍາເນີນ​ຄວາມພ​ະຍາ​ຍາມ​ເກັບ​ກໍາ​ເອົາ
​ຂໍ້​ມູນກ່ຽວ​ກັບນາຍໜ້າ ຫຼາຍຮ້ອຍຄົນ ທີ່​ກະທຳ​ຜິດ​ກົດ​ໝາຍ ​ແລະສະຖານທີ່ບັ​ນເທີ​ງ
ທີ່ໜ້າ​ສົງ​ໄສວ່າໄດ້ທໍາອາດຊະຍາກໍາຢູ່​ທົ່ວ​ປະ​ເທດ. ລັດຖະບານ​ສືບ​ຕໍ່​ປະຕິບັດກິດຈະ​ການຍົກລະດັບຄວາມເຂົ້າໃຈ​ຂອງຄົນໃນ​ຫຼາຍແບບ ຊຶ່ງຮວມທັງ​ການຜະລິດ​ລາຍ​
ການສະ​ແດງ​ທາງ​ໂທລະ​ພາບທີ່​ເນັ້ນ​ໜັກ​ໃສ່​ພາວະສ່ຽງຕໍ່​ການ​ຄ້າ​ມະນຸດ ​ແລະ ໂດຍ
ໄດ້ຮັບ​ການ​ຊ່ວຍ​ເຫຼື​ອຈາກ​ອົງການ​ສາກົນ ກໍໄດ້ສ້າງຕັ້ງບັນດາກຸ່ມ​ໂຄສະນາເຄື່ອນທີ່​
ເພື່ອ​ສຶກສາອົບຮົມພວກຊາວ​ໜຸ່ມ. ພວກ​ເຈົ້າ​ໜ້າ​ທີ່​ຍັງ​ໄດ້​ຈັດການ​ເຝິກຫັດ 33 ຄັ້ງໃຫ້​
ແກ່​ຜູ້​ເຂົ້າ​ຮ່ວມ 4,600 ກວ່າ​ຄົນ ​ຢູ່​ໃນສີ່​ແຂວງເພື່ອ​ຍົກ​ຄວາມ ເຂົ້າໃຈຂອງ​ປະຊາ​ຄົມ​
ຕ່າງໆທີ່​ມີຄວາມສ່ຽງໃນການຖືກ​ບັງ​ຄັບ​ອອ​ກ​ແຮງ​ງານໄດ້ງ່າຍ ທີ່​ພົວພັນ​ກັບ​ການ​ກໍ່
ສ້າງທາງ​ລົດ​ໄຟທີ່​ກຳລັງເຊື່ອມ​ຕໍ່​ຈີນໃສ່ກັບ​ລາວນັ້ນ.

ລັດ​ຖະບານ​ບໍ່​ໄດ້​ບັນທຶກ​ຂໍ້​ມູນ​ຢ່າງຄົບຖ້ວນ ກ່ຽວ​ກັບ​ໂຕ​ເລກ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ຜູ້
​ທີ່​ໄດ້​ຮັບ​ການ​ອົບຮົມ​ກ່ຽວ​ກັບ​ການ​ຄ້າ​ມະນຸດ. ລັດຖະບານຍັງ​ສືບ​ຕໍ່​ເຜີຍແຜ່​ຂໍ້​ມູນ​ຢູ່ໃນ
​ແຜນ​ປະຕິ​ບັດ​ງານ​ແຫ່ງ​ຊາດ​ປີ 2016 ໂດຍຜ່ານ​ຄະນະ​ກຳມະການ​ຊີ້​ນຳແຫ່ງຊາດ ຊຶ່ງລັດຖະບານ​ຍັງໄດ້​ສັ່ງ​ໃຫ້ເຮັດບົດ​ລາຍ​ງານປະຈຳ​ປີ​ເທື່ອ​ທຳ​ອິດກ່ຽວກັບການດໍາ
ເນີນຄວາມ​ພະຍາຍາມຕ້ານ​ການ​ຄ້າ​ມະນຸດ​ຂອງ​ປະ​ເທດ ໂດຍຮ່ວມມືກັບຄູ່ຮ່ວມງານ
ທີ່ເປັນອົງການ NGO. ການ​ປະ​ເມີນດັ່ງກ່າວບໍ່​ທັນໄດ້​ສຳ​ເລັດ ​ໃນ​ໄລຍະທີ່ເຮັດບົດ
​ລາຍ​ງານ​ນີ້ຢູ່. ​ໃນ​ພາກ​ປະຕິບັດຕົວຈິງ​ແລ້ວ ຍັງຂາດການດໍາເນີນຄວາມ​ພະຍາ​ຍາມ
​ແລະ​ການ​ປະສານ​ງານຮ່ວມກັນລະຫວ່າງອົງການລັດຖະບານຕ່າງໆ ໃນ​ການ​ປ້ອງ​
ກັນ​ການຄ້າ​ມະນຸດທ້າມກາງການມີຊັບພະ​ຍາກ​ອນຢ່າງມີຂໍ້ຈໍາກັດ ແລະ​ການຈໍາກັດ
ຂອບເຂດ​ປະຕິບັດ​ງານ​ຂອງພວກສັງຄົມພົນ​ລະ​ເຮືອນ. ອົງການ NGO ລາຍ​ງານວ່າ
ການ​ຮ່ວ​ມມືຂອງພວກເຂົາເຈົ້າ​ກັບ​ລັດຖະບາ​ນ ​ໄດ້​ຖືກກີດຂວາງ​ໂດຍ​ດຳລັດ​ກ່ຽວກັບ
ບັນດາ​ສະມາຄົມ​ທີ່​ບໍ່​ສ້າງ​ຜົນ​ກຳ​ໄລຊຶ່ງເປັນຂໍ້​ກຳນົດ​ທີ່ຮຽກຮ້ອງໃຫ້ມີ​ການ​ລາຍ​ງານ

​ທີ່ເປັນພາລະແບກຫາບ ກ່ອນຈະໄດ້|ຮັບອະນຸມັດຕໍ່ກິດຈະການທີ່ຢູ່ໃນ​ແຜນ ແລະເປັນ
ຂໍ້ຈໍາກັດໃນການໄດ້ຮັບ​ເງິນ​ທຶນຊ່ວຍເຫລືອ​ຈາກ​ບັນດາຜູ້​ໃຫ້ທຶນສາກົນ. ລັດຖະບານ
ລາຍ​ງານວ່າ ໄດ້ຮັກສາທຶນໃຊ້ໃນກິດຈະກໍາຕ້ານ​ການ​ຄ້າ​ມະນຸດຢູ່​ໃນງົບປະມານປະ
ຈໍາປີຂອງຕົນ ​ແຕ່ກໍ​ບໍ່​ໄດ້​ໃຫ້​ຂໍ້​ມູນສະ​ເພາະ​ເຈາະ​ຈົງ​ກ່ຽວ​ກັບວິທີການຈັດສັນງົບປະມານ
​ດັ່ງກ່າວນັ້ນແຕ່ຢ່າງ​ໃດ. ພວກທີ່ໃຫ້ການຕິດຕໍ່ພົວພັນ ພາກັນເຊື່ອວ່າລັດຖະບານບໍ່​ມີ
ຊັບພະ​ຍາກ​ອນ ​ແລະຄວາມສາມາດພຽງພໍ​ທີ່​ຈະປະຕິບັດວຽກ​ງານຕ້ານ​ການ​ຄ້າ​ມະນຸດ
​ເນື່ອງ​ຈາກຕ້ອງໃຫ້ບູລິມະສິດ​ຂອງການດໍາເນີນຄວາມ​ພະຍາຍາມແກ່ການກະທໍາອາດ
ຊະຍາກໍາ ປະເພດ​ອື່ນໆ. ລັດຖະບານ​ບໍ່​ໄດ້​ສະໜອງການ​ຝຶກອົບຮົ​ມດ້ານການຕ້ານ​ການ
​ຄ້າ​ມະນຸດ​ໃຫ້ແກ່​ພະນັກງານ​ການ​ທູດຂອງຕົນ ​ແລະທັງ​ບໍ່​ໄດ້​ເອົາມາດຕະການທີ່ເປັນ
ຮູບປະທໍາໃດໆ ເພື່ອຫລຸດຜ່ອນຄວາ​ມຕ້ອງການ​ແຮງ​ງານທີ່ຖືກບັງຄັບ ຫຼືການກະທໍາທີ່
ເປັນ​ກາ​ນຄ້າປະ​ເວ​ນີ.

ທີ່​ທ່ານ​ໄດ້​ຮັບ​ຟັງ​ຜ່ານ​ໄປ​ນັ້ນ ​ແມ່ນ​ລາຍ​ງານ​ປະຈຳປີ 2018 ວ່າ​ດ້ວຍ​ການ​ຄ້າ​ມະນຸດ
ຂອງກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ໃນ​ພາກ​ສ່ວນ​ທີ່ ກຽວ​ກັບ ສປປ ລາວ ຕອນທີ
2 ກະລຸນາຕິດຕາມຮັບຟັງຕອນທີ 3 ໄດ້ ໃນອາ ທິດໜ້າ. ​

 

https://lao.voanews.com/a/state-department-human-trafficking-2018-part-2/4487738.html

 

ອອກຄຳເຫັນຜ່ານເຟຊບຸກ