ປະ​ລິ​ມານ​ເຂົ້າ​ ໃນ​ຄັງ​ແຮ ຂອງ​ນະ​ຄອນ​ວຽງ​ຈັນ​ ຫຼຸດ​ລົງ ເຖິງ 10 ເທົ່າ ທຽບ​ກັບ​ ປີ​ຜ່ານ​ມາ​

ປະ​ລິ​ມານ​ເຂົ້າ​ໃນ​ຄັງ​ແຮ ຂອງ​ນະ​ຄອນ​ວຽງ​ຈັນ​ໃນ​ປັດ​ຈຸ​ບັນ​ຫຼຸດ​ລົງ ເຖິງ 10 ເທົ່າ ທຽບ​ກັບ​ປີ​ຜ່ານ​ມາ​ຊຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ປູກ​ເຂົ້າ​ນາ​ແຊງ 2019 ໄດ້ ຕາມ​ແຜນ​ການ​ເທົ່າ​ນັ້ນ ຈຶ່ງ​ຈະ​ມີເຂົ້າ​ກິນ ຢ່າງ​ພຽງ​ພໍ ​ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.ທ່ານຫຼ້າ​ສາຍ ນວນ​ທະ​ສິງ ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ​ແລະ​ປ່າ​ໄມ້ ​ເຂດນະ​ຄອນວຽງ​ຈັນຢືນ​ຢັນ​ວ່າ ຜົນ​ຜ​ະລິດ​ດ້ານ​ສະ​ບຽງ​ອາ​ຫານ ​ໃນ​ເຂດນະ​ຄອນວຽງ​ຈັນ ໃນ​ປັດ​ຈຸ​ບັນ​ນີ້

Read more

ເຂື່ອນເຊກະຫມານ 3 ສ້ອມແປງ ອຸມົງ

ບໍຣິສັດສ້າງເຂື່ອນເຊກະໝານ 3 ຢູ່ເມືອງດາກຈຶ້ງ ແຂວງເຊກອງ ກໍາລັງສ້ອມແປງອຸມົງນໍ້າ, ຂອງເຂື່ອນທີ່ແຕກເມື່ອປີ 2016 ເພື່ອໃຫ້ແລ້ວ ໃນທ້າຍປີນີ້. ດັ່ງເຈົ້າໜ້າທີ່ຜແນກພລັງງານ ແລະບໍ່ແຮ່ ແຂວງເຊກອງ, ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 29 ມົກຣາ ນີ້ວ່າ: “ເຂົາກໍາລັງສ້ອມແປງຢູ່ນັ້ນ, ບ່ອນມັນບໍ່ໄດ້ມາຕຖານ ຜ່ານມາຫັ້ນນະ,

Read more

ຄ່າປົວແປງຈິດໃຈ ຍາດພີ່ນ້ອງ ບໍ່ພໍໃຈ

ຍາດພີ່ນ້ອງ ຂອງຜູ້ເສັຽຊີວິດ ແລະຫາຍສາບສູນ, ຈາກເຫດການ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເວົ້າວ່າ, ເງິນຄ່າຫົວ ຫຼືຄ່າປົວແປງຈິດໃຈ ທີ່ບໍຣິສັດເຊປຽນ-ເຊນ້ຳນ້ອຍ ແລະບໍຣິສັດ SK ຂອງເກົາຫລີໃຕ້, ພ້ອມດ້ວຍບໍຣິສັດປະກັນພັຍ ໄດ້ຈ່າຍໃຫ້ແກ່ ຍາດພີ່ນ້ອງຂອງຜູ້ເສັຽຊີວິດ ແລະ ຜູ້ຫາຍສາບສູນນັ້ນ ບໍ່ເໝາະສົມ, ດັ່ງຜູ້ເປັນລູກ ທີ່ສູນເສັຍພໍ່ແລະແມ່

Read more

ສາເຫດເຂື່ອນແຕກຍັງບໍ່ ຈະແຈ້ງ

ເປັນເວລາກວ່າຫົກເດືອນແລ້ວ, ນັບແຕ່ມື້ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກເປັນຕົ້ນມາ, ປະຊາຊົນລາວ ໂດຍສະເພາະຜູ້ໄດ້ຮັບຜົນກະທົບ ຍັງບໍ່ທັນຮູ້ຄຳຕອບວ່າ, ເປັນຫຍັງຫລືຍ້ອນສາເຫດຫຍັງເຂື່ອນນີ້ ຈຶ່ງແຕກ. ຕໍ່ຄຳຖາມນີ້, ນັກຂ່າວວິທຍຸເອເຊັຍເສຣີ ຜແນກເກົາຫລີ ໄດ້ຕິດຕໍ່ຖາມເຈົ້າໜ້າທີ່ບໍຣິສັດ SK ຂອງເກົາຫລີໃຕ້ ທີ່ເປັນເຈົ້າການໃນການສ້າງ ເຂື່ອນແຫ່ງດັ່ງກ່າວ, ແລະໄດ້ຮັບຄຳຕອບເມື່ອອາທິດທີ່ແລ້ວວ່າ: “ດັ່ງທີ່ພວກເຮົາຮູ້ ປັດຈຸບັນ ການສືບສວນກຳລັງດຳເນີນຢູ່; ຜົນອາດຈະອອກມາພາຍໃນໄຕຣມາດທຳອິດ

Read more

ໂຮງງານຊີເມັນ ສ້າງ ມົລພິດ

ປະຊາຊົນ ບ້ານໂພນສູງ ແລະ ບ້ານຫ້ວຍງາມ, ເມືອງວັງວຽງ ແຂວງວຽງຈັນ, ເປັນສອງບ້ານທີ່ໄດ້ຮັບຜົລກະທົບ ຈາກກິ່ນຄວັນເໝັນຂິວ, ຂອງໂຮງງານຜລິດຊີເມັນຂອງຈີນ 3 ແຫ່ງ ແລະກິ່ນເໝັນຂິວ ຈາກການຈູດຂີ້ເຫຍື້ອ. ຕໍ່ບັນຫາດັ່ງກ່າວໄດ້ແກ່ຍາວ ມາຫຼາຍປີແລ້ວ, ແລະ ຍັງບໍ່ມີພາກສ່ວນໃດ ເຂົ້າມາແກ້ໄຂ, ດັ່ງປະຊາຊົນທີ່ອາສັຍຢູ່ ໃກ້ກັບໂຮງງານຜລິດຊີເມັນ

Read more

ສປຊ ໃຫ້ທຶນຊ່ອຍເຫຼືອ ແປງທາງ

ປະຊາຊົນບ້ານຫາດຊຽງດີ ເມືອງໜອງບົກ ແຂວງຄໍາມ່ວນ ຈໍານວນ 140 ປາຍຄົນ, ສມັກໄປສ້ອມແປງຫົນທາງ ແຕ່ບ້ານຂອງພວກຕົນ ໄປຫາ ບ້ານດົງສະຫງໍາ ທີ່ມີຄວາມຍາວ 1 ກິໂລແມັຕ, ຍ້ອນໄດ້ຮັບເງິນຊ່ອຍເຫຼືອຈາກໂຄງການ ເພື່ອການພັທນາຂອງ ສະຫະປະຊາຊາຕ ຫລື UNDP ເປັນເທື່ອທໍາອິດ ຈໍານວນ

Read more

ຍີ່​ປຸ່ນ ​ພິ​ຈາ​ລະ​ນາລົງ​ທຶນ ໃນໂຄງການ ທາງດ່ວນ ຈາກວຽງຈັນ ເຊື່ອມ​ຕໍ່ກັບຮາໂນ່ຍ

ລັດ​ຖະ​ບານ​ລາວຈະ​ໃຫ້​ການ​ສົ່ງ​ເສີມ​ບໍ​ລິ​ສັດຈາກ​ຍີ່​ປຸ່ນ ເພື່ອ​ລົງ​ທຶນກໍ່​ສ້າງທາງດ່ວນທີ່​ເຊື່ອມ​ຕໍ່​ຈາກ ນະ​ຄອນວຽງຈັນໄປ​ຫາ​ນະ​ຄອນຮາໂນ່ຍ ຊຶ່ງ​ໃນ​ປັດ​ຈຸ​ບັນ​ນີ້ອົງ​ການ JICA ຂອງ​ຍີ່​ປຸ່ນ ກຳ​ລັງສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ຢູ່.ທ່ານ​ ທອງ​ລຸນ ສີ​ສຸ​ລິດ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ຖະ​ແຫລງ​ຢືນ​ຢັນ​ວ່າ ໂຄງ​ການສ້າງທາງດ່ວນທີ່​ເຊື່ອມ​ຕໍ່ລະ​ຫວ່າງນະ​ຄອນວຽງຈັນ ກັບ​ນະ​ຄອນຮາໂນ່ຍຂອງ​ຫວຽດ​ນາມຊຶ່ງ​ອົງ​ການ​ເພື່ອ​ການຮ່ວມ​ມື​ສາ​ກົນຂອງລັດ​ຖະ ​ບານ​ຍີ່​ປຸ່ນ ຫລື JICA ກຳ​ລັງສຶກ​ສາຄວາມ​ເປັນ​ໄປ​ໄດ້ຂອງ​ໂຄງ​ການ​ຢູ່. ໃນ​ປັດ​ຈຸ​ບັນຖືວ່າ ເປັນໂຄງ​ການບູ​ລິ​ມະ​ສິດທີ່​ລັດ​ຖະ​ບານ​ລາວ​ຈະ​ໃຫ້​ການ​ສົ່ງ​ເສີມ​ບໍ​ລິ​ສັດ​ຍີ່​ປຸ່ນລົງ​ທຶນພັດ​ທະ​ນາ​ຢ່າງ​ເປັນ​ຮູບ​ປະ​ທຳ. ຫາກ​ແຕ່​ຍັງ​ຕ້ອງ​ໄດ້​ລໍ​ຖ້າ​ການ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ຍີ່​ປຸ່ນ

Read more

ຄ່າຫົວເຂື່ອນເຊປຽນແຕກ 10 ພັນ ໂດລາ

ທາງການແຂວງອັດຕະປື ເຮັດບຸນກິນທານ ຫາຜູ້ເສັຽຊີວິດ ແລະຫາຍສາບສູນ ຈາກເຫດການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ໃນຂນະທີ່ ບໍຣິສັດ ເຂື່ອນເຊປຽນ-ເຊນ້ຳນ້ອຍ, ບໍຣິສັດ SK ແລະ ບໍຣິສັດ ປະກັນພັຍ ຈະຈ່າຍຄ່າຫົວ ໃຫ້ແກ່ຜູ້ທີ່ເສັຽຊີວິດ ແລະ ຫາຍສາບສູນ ມູນຄ່າ

Read more

ມ.ຊານໄຊ 2 ບ້ານ ຍັງລໍາບາກ

ປະຊາຊົນ 2 ບ້ານ ຄື, ບ້ານດອນຈັນ ແລະ ບ້ານດອນແຄນ ທັງໝົດ 198 ຄອບຄົວ ຢູ່ເມືອງຊານໄຊ ແຂວງອັຕະປື ທີ່ຖືກຜົລກະທົບຈາກ ການກໍ່ສ້າງເຂື່ອນເຊກະໝານ 1 ຍັງບໍ່ທັນຖືກ ໂຍກຍ້າຍ ອອກຈາກບ້ານເດີມ ຍ້ອນເຈົ້າຂອງໂຄງການ ສ້າງເຮືອນ

Read more

ລາວ-ວຽດນາມຮັດແໜ້ນ ຮອບດ້ານ

ສປປລາວແລະວຽດນາມ ຕົກລົງເຫັນພ້ອມ ໃນການຍົກຣະດັບ ຄວາມແຂງແກ່ນ ແລະການຮ່ວມມືຣະຫວ່າງກັນຫຼາຍຂຶ້ນ ໃນຫຼາຍສາຂາ ເປັນຕົ້ນ ການພັທນາຊັພຍາກອນມະນຸດ ໃນນັ້ນຮ່ວມດ້ວຍການສົ່ງນັກສຶກສາລາວ ໄປຮຽນຕໍ່ຢູ່ມະຫາວິທຍາໄລ ວຽດນາມໃນຂແນງຕ່າງໆ ໃນແຕ່ລະປີ, ການຄ້າການລົງທຶນ ແລະການພົວພັນກັບຕ່າງປະເທດ ໃນກອງປະຊຸມປະຈຳປີ ເພຶ່ອພົບປະຫາລືກັນຣະຫວ່າງຜູ້ນຳຂອງສອງ ປະເທດ ຫລືທີ່ເອີ້ນກັນວ່າ ກອງປະຊຸມ Lao-Vietnam

Read more

ຫຼວງພຣະບາງຈັດເວນຍາມ ຮັກສາ ພະພຸທຮູບ

ປັດຈຸບັນ ວັດຫລາຍແຫ່ງ ໃນນະຄອນຫລວງພຣະບາງ ແຂວງຫລວງພະບາງ ຈັດເຈົ້າໜ້າທີ່ກອງຫລອນບ້ານ ປະຈຳວັດ ເພື່ອປ້ອງກັນບໍ່ໃຫ້ ຄົນມາລັກພະພຸທຮູບໄປຕື່ມອີກ ພາຍຫລັງໄດ້ຮັບການຮ້ອງຮຽນ ຈາກຊາວບ້ານ ຍ້ອນວ່າ ເມື່ອປີກາຍ ມີຄົນລັກ ພະພຸທຮູບໄປເຖິງ 6 ຄັ້ງ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ

Read more