ໂຄງການຣົດໄຟລາວ-ຈີນ ຢືນຢັນ ເປີດທ້າຍປີນີ້

ແຜນການກໍ່ສ້າງທາງຣົດໄຟລາວ-ຈີນ ຕາມກຳນົດການຈະໃຫ້ສຳເຣັດຕາມແຜນການ ໃນທ້າຍປີ 2021 ນີ້. ແຕ່ດ້ວຍເງື່ອນໄຂທີ່ບໍ່ ເອື້ອຍອຳນວຍ ໂດຍສະເພາະແມ່ນຜົລກະທົບ ຈາກການຣະບາດຂອງເຊື້ອໂຄວິດ-19 ໃນລາວແລະຈີນ ແຕ່ໂຄງການກໍຍັງດຳເນີນ ຕໍ່ຖ້າມກາງຄວາມຫຍຸ້ງຍາກ. ໃນນີ້ສະພາບຄວາມຫຍຸ້ງຍາກ ທີ່ເປັນອຸປສັກນັ້ນກໍຄື ຄ່າຊົດເຊີຍ ສິ່ງກີດຂວາງທີ່ຝ່າຍຣັຖບານລາວ ເປັນຜູ້ຮັບຜິດຊອບກໍຍັງຈ່າຍ ບໍ່ໝົດ. ການກໍ່ສ້າງໂຄງຮ່າງສະຖານີນັບແຕ່ ແຂວງຫຼວງນໍ້າທາ

Read more

ຝຣັ່ງເສດໃຫ້ທຶນຊ່ອຍເຫຼືອ ແມ່ນ້ຳຂອງ ສາກົນ

ອົງການພັທນາ ແຫ່ງປະເທດຝຣັ່ງເສດ ໄດ້ມອບເງິນຊ່ອຍເຫຼືອລ້າ 1.5 ລ້ານຢູໂຣ ຜ່ານສະຖານທູດຝຣັ່ງເສດ ປະຈຳລາວ ແກ່ຄະນະ ກັມມາທິການ ແມ່ນ້ຳຂອງສາກົນ ຫຼື MRC ເພື່່ອ ປັບປຸງ ແລະ ຍົກຣະດັບຕາໜ່າງ ສະຖານີວັດແທກນ້ຳ, ພັຍແຫ້ງແລ້ງ, ນ້ຳຖ້ວມ ແລະ

Read more

ບັນຫາຊາວຄຣິສຕຽນ ຖືກຂັບໄລ່ ແກ້ໄຂແລ້ວ

ຊາວຄຣິສຕຽນ 2 ຄອບຄົວຈຳນວນ 7 ຄົນ ຢູ່ບ້ານປະສິງ-ບ້ານກາງ ເມືອງຕະໂອຍ ແຂວງສາລະວັນ ຖືກອຳນາດການປົກຄອງບ້ານ ມ້າງເຮືອນ ແລະ ໄລ່ອອກຈາກບ້ານ ໄປຢູ່ປ່າ ໃນເດືອນ ຕຸລາ 2020 ຍ້ອນບໍ່ຍອມປະຖິ້ມ ການເຊື່ອຖືສາສນາຄຣິສຕຽນ. ຫຼ້າສຸດເມື່ອທ້າຍເດືອນເມສາ ທີ່ຜ່ານມາ,

Read more

ກັມມະກອນ ພະນັກງານ ຫ້າງຮ້ານ ວ່າຊ່ອຍແດ່

ອົງການອາຫານ ແລະ ການກະເສດ ທີ່ເປັນອົງການນຶ່ງ ຂອງສະຫະປະຊາຊາດ ຣາຍງານວ່າ ຍ້ອນໄດ້ຮັບຜົນກະທົບຈາກການ ຣະບາດຂອງໂຄວິດ-19, ປະເທດລາວ ມີຄົນຫວ່າງງານ ໃນກາງປີກາຍທັງໝົດ 3 ແສນ 50 ພັນຄົນ ໃນນັ້ນ ປະມານສອງແສນຄົນ ແມ່ນຄົນງານລາວ ທີ່ເດີນທາງກັບຈາກປະເທດໄທ. ແນ່ນອນວ່າ

Read more

ຄົນງານຈາກສວນກ້ວຍຈີນ ປ່ວຍທາງຈິດ

ຜູ້ໃຈບຸນທ່ານນຶ່ງ ໄດ້ພົບຄົນງານລາວ ຢູ່ສວນກ້ວຍຈີນ ຂອງບໍຣິສັດ ວີເອັສ ຈຳກັດ ເມື່ອວັນທີ 19 ພຶສພາ ຜ່ານມາ ຢູ່ບ້ານທ່າເຮືອ ເມືອງບໍລິຄັນ ແຂວງບໍລິຄຳໄຊ 1 ຄົນ ໃນສະພາບອາການປ່ວຍທາງຈິດ. ຫຼ້າສຸດຜູ້ກ່ຽວໄດ້ອອກໄປຢູ່ ສວນກ້ວຍເຂດບ້ານສົມຊື່ນ ທີ່ຢູ່ໃກ້ຄຽງກັນ. ດັ່ງຊາວບ້ານທ່າເຮືອ

Read more

ພວກເຮົາທຸກຄົນຕ້ອງພ້ອມໃຈກັນເດີ້

ພວກເຮົາທຸກຄົນຕ້ອງພ້ອມໃຈກັນເດີ້. ມາເບິ່ງວີດີໂອ #ທ່ານທູດປີເຕີ ແລະ ທ່ານນາງ ດຸສະດີ ທີ່ໄດ້ສົ່ງຫາບັນດາເພື່ອນໆ ໃນ ສປປ ລາວໃນຊ່ວງລັອກດາວອີກເທື່ອສອງ https://www.facebook.com/usembassyvte/videos/2679019769055654/ We are all in this together. Watch this video

Read more

ສະໝັກເຂົ້າຮ່ວມປະຊຸມ YSEALI Summit ປະຈຳປີ 2021

ຂະຫຍາຍເວລາການສະໝັກ 📣‼ສຳລັບການສະໝັກເຂົ້າຮ່ວມປະຊຸມ YSEALI Summit ປະຈຳປີ 2021 ໄປຕື່ມອີກສອງອາທິດສຳລັບອະດີດນັກສຶກສາ YSEALI! ຖ້າຫາກເພື່ອນໆຕ້ອງການຢາກຮຽນຮູ້ສິ່ງໃໝ່ໆໃນພາກພື້ນ, #YSEALISummit ແມ່ນເໝາະສຳລັບເພື່ອນໆເລີຍ! ຢ່າພາດໂອກາດໃນການເຂົ້າຮ່ວມກັບບັນດາອະດີດນັກສຶກສາ YSEALI ເພື່ອສ້າງເຄືອຂ່າຍ, ທັດສະນະ, ປຶກສາຫາລືໂຕະມົນ, ໂຄງການຮ່ວມມື ແລະ ການເສີມສ້າງທັກສະເພື່ອເພີ່ມຄວາມອາດສາມາດ. ສະໝັກເລີຍກ່ອນວັນທີ

Read more

ຜູ້ເສັຽຊີວິດສະສົມ 2 ຄົນ ຍ້ອນ ເຊື້ອໂຄວິດ-19

ທາງການລາວ ກວດພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມອີກ 16 ຄົນ ສົ່ງຜົນເຮັດ ໃຫ້ຜູ້ຕິດເຊື້ອສະສົມທັງໝົດເກືອບ 1,500 ຄົນ ແລະ ເສັຽຊີວິດສະສົມ ທັງໝົດ 2 ຄົນ. ຈຳນວນ 16 ຄົນ ທີ່ເຈົ້າໜ້າທີ່ຢືນຢັນໃນວັນທີ 14

Read more

ຄົນງານລາວຖືກຈັບຢູ່ ມາເລເຊັຽ ຖືກປ່ອຍແລ້ວ

ໃນກໍຣະນີ ຂອງຄົນງານປະມົງລາວ ຈໍານວນ 11 ຄົນ ທີ່ຖືກເຈົ້າໜ້າທີ່ຕໍາຣວດ ຕ.ມ ຢູ່ສນາມບິນ ມາເລເຊັຽ ຈັບໃນວັນທີ 24 ເດືອນ ກຸມພາ 2021 ແລະ ຖືກສານມາເລເຊັຽ ຕັດສິນຈໍາຄຸກ ເປັນເວລາ 2 ເດືອນ

Read more

ສາວລາວຫາຍສາບສູນ ພໍ່ແມ່ ກັງວົນ

ນາງຟອງສມຸດ ວິໄລຫົງ ອາຍຸ 20 ປີ ຢູ່ບ້ານນາໂຄ້ງ ເມືອງຮຸນ ແຂວງອຸດົມໄຊ ຫາຍສາບສູນໄປກັບຄົນຈີນ ເປັນເວລາສອງເດືອນ ປາຍແລ້ວ ນັບແຕ່ວັນທີ່ 24 ເດືອນ ກຸມພາ 2021 ຊຶ່ງເປັນວັນສຸດທ້າຍ ທີ່ແມ່ຂອງນາງ ສາມາດຕິດຕໍ່ນາງໄດ້; ຜູ້ເປັນແມ່

Read more

ນັກສຶກສາຄ້າງຢູ່ຫໍພັກ ຕ້ອງການ ໃຫ້ຊ່ອຍເຫຼືອ

ໃນໄລຍະການປະກາດ ໃຊ້ມາຕການປິດເມືອງ ໄປຈົນທ້າຍເດືອນພຶສພາ, ຢູ່ ມະຫາວິທຍາລັຍ ແຫ່ງ ວິທຍາເຂດດົງໂດກ ຍັງມີ ນັກສຶກສາຕົກຄ້າງປະມານ 1.900 ຄົນ ໂດຍສະເພາະ ນັກສຶກສາຈາກຕ່າງແຂວງ ບໍ່ສາມາດເດີນທາງກັບບ້ານໄດ້. ປັຈຈຸບັນ ທາງມະຫາວິທຍາລັຍແຫ່ງຊາດ ໄດ້ປະກາດຢຸດການຮຽນການສອນຊົ່ວຄາວ. ພ້ອມນີ້ນັກສຶກສາທີ່ຕົກຄ້າງຢູ່ຫໍພັກ ຍັງຂາດເຂີນອາຫານ ແລະເຄື່ອງໃຊ້ສິ່ງທີ່ຈຳເປັນປະຈຳວັນ.

Read more