ລາວຍັງບໍ່ບັນລຸ ມາຕຖານ ປາບປາມ ຄ້າມະນຸສ

ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ອອກ​ບົດ​ຣາຍ​ການ​ຄ້າ​ມະ​ນຸສ ​ປະ​ຈຳ​ປາ ແລະ ໄດ້​ຈັດ​ໃຫ້​ປະ​ເທດລາວ ຢູ່​ໃນ​ບັນ​ຊີ​ປະ​ເທດ ທີ່​ມີ​ການ​ປາບ​ປາມ ການ​ຄ້າ​ມະ​ນຸສ ບໍ່​ໄດ້​ດີປານ​ໃດ ຫຼື ຢູ່​ໃນ Tier 2 ໃນ​ປີ 2022 ຄື​ກັບ ປີ 2021 ທີ່​ຜ່ານ​ມາ.

Read more

ພະນັກງານ ພັກ-ຣັຖ ແຂວງຈຳປາສັກ ສໍ້ຣາສບັງຫຼວງ 14 ຄົນ ຖືກລົງໂທດ

ທາງການແຂວງຈໍາປາສັກ ໄດ້ກວດກາໂຄງການພັທນາຕ່າງໆ 70 ໂຄງການທີ່ເປັນເປົ້າໝາຍ ໃນສົກປີ 2021-2022 ຊຶ່ງໃນ 6 ເດືອນຕົ້ນປີ 2022 ນິີ້ ໄດ້ກວດພົບ 6 ໂຄງການ ທີ່ມີພະນັກງານພັກ-ຣັຖສໍ້ຣາສບັງຫລວງ 14 ຄົນ, ມູນຄ່າຄວາມເສັຍຫາຍເກືອບເຖິງ 1 ຕື້ກີບ,

Read more

ເກີດນໍ້າຖ້ວມ ກະທັນຫັນ 7 ແຂວງ, ທາງການສັ່ງ ອົບພະຍົບ

ເກິດເຫດພະຍຸ ດີເພຣສຊັນ (Depression) ພັດເຂົ້າປະເທດລາວ ເຮັດໃຫ້ມີນໍ້າຖ້ວມຢູ່ 7 ແຂວງ ຮວມມີແຂວງໄຊຍະບູຣີ, ຫຼວງພຣະບາງ, ຫົວພັນ, ສວັນນະເຂດ, ສາຣະວັນ, ຈຳປາສັກ ແລະ ນະຄອນຫຼວງວຽງຈັນ. ທາງການແຂວງໄຊຍະບູຣີ ໄດ້ອອກແຈ້ງການສຸກເສີນ ໄປຍັງ 11 ເມືອງພາຍໃນແຂວງ

Read more

ຕລາດ ຢູ່ນະຄອນໄກສອນ ພົມວິການ ສວັນນະເຂດ ໄຟໄໝ້ ເສັຍຫາຍໜັກ

ຕລາດຫລັກ 8 ບ້ານອຸດົມວິໄລ ນະຄອນໄກສອນ ພົມວິການ ແຂວງສວັນນະເຂດ ໄຟໄໝ້ ໃນມື້ອວັນທີ 11 ສິງຫານີ້ ເສັຍຫາຍໜັກ, ພວກພໍ່ຄ້າແມ່ຄ້າ ທີ່ໄດ້ຮັບຄວາມເສັຍຫາຍ ໜັກໜ່ວງ ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊ່ອຍເຫລືອຢ່າງຮີບດ່ວນ ຍ້ອນໄຟໄໝ້ສິນຄ້າ ແລະເຄື່ອງຂອງເສັຍຫາຍໝົດ ແລະຫລາຍຄົນກໍບໍ່ມີທຶນທີ່ຈະຄ້າຂາຍຕໍ່ໄປໄດ້. ເຈົ້າຂອງຮ້ານສ້ອມແປງໂທຣະສັບ

Read more

ນັກລົງທຶນ ວຽດນາມ ສົນໃຈທີ່ດິນ ໃກ້ຂົວມິຕພາບ ລາວ-ໄທຍ ແຫ່ງທີ 5

ປັດຈຸບັນ ນັກທຸຣະກິຈ ແລະນັກລົງທຶນ ຊາວວຽດນາມຈໍານວນນຶ່ງ ເຣີ່ມໃຫ້ຄວາມສົນໃຈ ທີ່ດິນຂອງຊາວບ້ານໃນເຂດເມືອງປາກຊັນ ແຂວງບໍຣິຄໍາໄຊ ທີ່ຢູ່ໃກ້ກັບບໍຣິເວນໂຄງການ ກໍ່ສ້າງຂົວມິຕພາບລາວ-ໄທຍ ແຫ່ງທີ່ 5 ປາກຊັນ-ບຶງການ ເພື່ອລົງທຶນສ້າງທຸຣະກິຈຕ່າງໆ ເປັນຕົ້ນ ໂຮງແຮມ, ຣີສອດ ແລະອື່ນໆ ໃນອະນາຄົຕ ແຕ່ໃນເບື້ອງຕົ້ນ ຍັງບໍ່ມີການເຮັດສັນຍາ

Read more

ຖືກຈັບແລ້ວ ນາງພອນທິບ ໄຊປັນຍາ

ໃນຕອນເຊົ້າ ຂອງວັນທີ 29 ກໍຣະກະດາ ທີ່ຜ່ານມາ ພົລຕຳຣວດເອກ ຣັຊທະພົງສ໌ ເຕີ້ຍສຸດ ຮອງຜູ້ບັງຄັບການຕຳຣວດ ກວດຄົນເຂົ້າເມືອງ 3 ນຳທີມເຂົ້າຄວບຄຸມໂຕ ເຈ້ທິບ ຫຼື ຍານາງ ພອນທິບ ໄຊປັນຍາ ອາຍຸ 30 ປີ

Read more